Homeອຸບັດເຫດແລະປາກົດການຫຍໍ້ທໍ້ໂຮງໝໍ 103 ຈັບໂຈນລັກລົດຈັກ

ໂຮງໝໍ 103 ຈັບໂຈນລັກລົດຈັກ

Published on

ຕອນບ່າຍມື້ນີ້, ວັນທີ 29 ຕຸລາ 2017 ໜ່ວຍປ້ອງກັນຄວາມສະຫງົບຂອງໂຮງໝໍ 103 ສາມາດຈັບໂຕຜູ້ທີ່ເຂົ້າໄປລົດຈັກ ພາຍໃນບໍລິເວນໂຮງໝໍໄດ້.

ແຫຼ່ງຂ່າວລາຍງານວ່າ ໃນເວລາປະມານບ່າຍ 1 ໂມງ ຂອງມື້ນີ້, ໄດ້ມີຄົນຂີ້ລັກຜູ້ໜຶ່ງພະຍາຍາມຈະລັກລົດຈັກຄັນໜຶ່ງ ຢູ່ບໍລິເວນພະແນກຕຶກພະນັກງານ ແຕ່ໃນຂະນະທີ່ຜູ້ກ່ຽວກຳລັງໃຊ້ອຸປະກອນງັດແງະລົດຢູ່ນັ້ນ ບັງເອີນເຈົ້າຂອງລົດກັບມາເຫັນ. ເມື່ອເຫັນທ່າບໍ່ດີ ຄົນຮ້າຍກໍໄດ້ພະຍາຍາມແລ່ນໜີ ແຕ່ຖືກເຈົ້າໜ້າທີ່ພ້ອມກັນໄລ່ຈັບໄດ້ທັນຄວັນ.

ຄົ້ນໂຕຜູ້ກ່ຽວພົບບັດປະຈຳຕົວປະຊາຊົນ ແລະ ໃບອະນຸຍາດຂັບຂີ່ລົດ ອອກຊື່ ທ້າວ ສົມຊາຍ ອາໄສຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເຊິ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກຳລັງສືບສວນສອບສວນ ແລະຈະສົ່ງດຳເນີນຄະດີຕາມລຳດັບຂອງກົດໝາຍ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...