Homeຂ່າວພາຍ​ໃນຟຸດຊໍ ທີມຊາດລາວ ເສຍໃຫ້ ໄທ 0-14 ນັດທໍາອິດໃນ ຟຸດຊໍຊີງແຊ້ມອາຊຽນ 2017

ຟຸດຊໍ ທີມຊາດລາວ ເສຍໃຫ້ ໄທ 0-14 ນັດທໍາອິດໃນ ຟຸດຊໍຊີງແຊ້ມອາຊຽນ 2017

Published on

ທີມຟຸດຊໍລາວ ກຽມລົງສະໜາມນັດທໍາອິດເສຍໃຫ້ກັບ ໄທ ໄປແບບບໍ່ເຫັນຟຸ່ນ ໃນການແຂ່ງຂັນ ຟຸດຊໍ ຊີງແຊ້ມອາຊຽນ 2017 ( AFF HDBANK FUTSAL CHAMPIONSHIP 2017 ) ກຸ່ມ B ທີ່ນະຄອນໂຮຈີມິນ ສສ ຫວຽດນາມ ໃນວັນທີ 26 ຕຸລາ ທີ່ຜ່ານມາ.

ສ່ວນຜົນກຸ່ມ ບີ ຄູ່ອື່ນໆມີຄື ມຽນມາ ຊະນະ ບຣູໄນ 13-0, ອິນໂດເນເຊຍ ຊະນະ ຟີລິບປິນ 21-0
ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນລະຫວ່າງວັນທີ 26 ຕຸລາ ຫາ 3 ພະຈິກ 2017 ເຊິ່ງປະກອບມີ 9 ປະເທດ ເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມຄື:
– ກຸ່ມ ເອ : ຫວຽດນາມ, ມຽນມາ, ບຣູໄນ, ຟີລິບປິນ ແລະ ອິນໂດເນເຊຍ.
– ກຸ່ມ ບີ : ໄທ, ມາເລເຊຍ, ຕີມໍ ເລສເຕ ແລະ ລາວ.
ໂດຍນັດຕໍ່ໄປ ທີມຊາດລາວ ຈະແຂ່ງຂັນໃນວັນທີ -27 / 10 / 2017 ເວລາ 12:00 ໂມງ ລາວ ພົບ ມາເລເຊຍ.
ແລະ ວັນທີ 28/ 10 / 2017 ເວລາ 14:30 ລາວ ພົບ ຕີມໍ ເລສເຕ.

https://www.facebook.com/METTVofficial/videos/866520206842983/

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...