Homeອຸບັດເຫດແລະປາກົດການຫຍໍ້ທໍ້ຢຶດອາວຸດຜິດກົດໝາຍຢູ່ເມືອງວຽງທອງ ໄດ້ 600 ກວ່າຢ່າງ

ຢຶດອາວຸດຜິດກົດໝາຍຢູ່ເມືອງວຽງທອງ ໄດ້ 600 ກວ່າຢ່າງ

Published on

ໜ່ວຍສະເພາະກິດເກັບກູ້ອາວຸດເສິກ ແລະ ອາວຸດລ່າເນື້ອ, ອຸປະກອນຫາປາທີ່ບໍ່ຖືກຕ້ອງ ແຂວງບໍລິຄໍາໄຊ ສາມາດເກັບກູ້ອາວຸດເສິກ, ອາວຸດລ່າເນື້ອ ແລະ ອຸປະກອນຕ່າງໆທີ່ຜິດຕໍ່ລະບຽບກົດໝາຍ ຢູ່ເມືອງວຽງທອງ ໄດ້ຈໍານວນ 600 ກວ່າຢ່າງ; ໃນນັ້ນ, ອາວຸດເສິກ 50 ກະບອກ, ອາວຸດລ່າເນື້ອ 300 ກວ່າກະບອກ ແລະ ເຄື່ອງອື່ນໆອີກຈໍານວນໜຶ່ງ.

ທ່ານ ພັທ ທະນົງສັກ ສີວົງດາວ ຮອງຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຄະນະໜ່ວຍສະເພາະກິດ ກ່າວໃນກອງປະຊຸມສະຫຼຸບວຽກງານ ວັນທີ 17 ຕຸລາ 2017 ວ່າ: ເພື່ອປະຕິບັດຕາມຂໍ້ຕົກລົງຂອງຄະນະກໍາມະການປະທານ ປກຊ-ປກສ ແຂວງ ແລະ ກົດໝາຍທີ່ກ່ຽວຂ້ອງ; ໜ່ວຍສະເພາະກິດເກັບກູ້ອາວຸດເສິກ ແລະ ອາວຸດລ່າເນື້ອ, ອຸປະກອນຫາປາ ຈຶ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 14 ສິງຫາ-17 ຕຸລາ 2017 ( ລວມທັງໝົດ 63 ວັນ ) ສາມາດເກັບກູ້ອາວຸດເສິກ, ອາວຸດລ່າເນື້ອ ແລະ ອຸປະກອນຕ່າງໆທີ່ຜິດຕໍ່ລະບຽບກົດໝາຍ ທັງໝົດ 614 ຢ່າງ; ໃນນັ້ນ, ເກັບກູ້ໄດ້ອາວຸດເສິກ ຈໍານວນ 50 ກະບອກ ປະກອບມີ: ປືນ AK ຈໍານວນ 12 ກະບອກ, ປືນ AKC ຈໍານວນ 5 ກະບອກ, ປືນ CKC ຈໍານວນ 5 ກະບອກ, ປືນ M16 ຈໍານວນ 1 ກະບອກ, ປືນກາລາບີນ 3 ກະບອກ, ປືນ K54 ຈໍານວນ 8 ກະບອກ, K59 ຈໍານວນ 9 ກະບອກ, ປືນ T77 ຈໍານວນ 2 ກະບອກ, ປືນກະລັງ 1 ກະບອກ, ປືນວໍທີ 1 ກະບອກ, ປືນໂກຼນ 1 ກະບອກ, ປືນ 7,65 ຈໍານວນ 1 ກະບອກ, ໝາກແຕກ 1 ໜ່ວຍ; ປະເພດອາວຸດລ່າເນື້ອ ຈໍານວນ 360 ກະບອກ, ປືນແວ໋ງ 27 ກະບອກ, ປືນແກັບ 331 ກະບອກ, ປືນລູກ 9 ຈຳນວນ 1 ກະບອກ, ປືນລົມ 1 ກະບອກ; ນອກນັ້ນ, ມີໝໍ້ຊ໋ອດປາ ຈໍານວນ 28 ໜ່ວຍ, ຈັກສະຕິນ 58 ເຄື່ອງ ແລະ ລູກປືນ 118 ລູກ.

ພັອ ຈວງຈັນ ລາດສະວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງບໍລິຄຳໄຊ ປະທານໜ່ວຍສະເພາະກິດ ເນັ້ນໃຫ້ເອົາໃຈໃສ່ສືບຕໍ່ເຮັດວຽກງານການເມືອງ-ແນວຄິດໃຫ້ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າ-ຊາວຂາຍ, ນັກທຸລະກິດ ແລະ ພໍ່-ແມ່ປະຊາຊົນ ໃຫ້ເຂົາເຈົ້າຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການນໍາໃຊ້ອາວຸດເສິກ ແລະ ອາວຸດລ່າເນື້ອໄວ້ໃນຄອບຄອງທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈິງໃຈນໍາມາມອບໃຫ້ຕໍ່ເຈົ້າໜ້າທີ່ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ມີສະຖຽນລະພາບທາງດ້ານການເມືອງ; ນອກນີ້, ຮຽກຮ້ອງມາຍັງຜູ້ທີ່ມີອາວຸດເຖື່ອນໄວ້ໃນຄອບຄອງ ຈົ່ງນໍາເອົາອາວຸດມາສົ່ງ ຫຼື ມອບໃຫ້ຄະນະຮັບຜິດຊອບເກັບກູ້ຕາມກຳນົດເວລາທີ່ໄດ້ກໍານົດໄວ້, ຕໍ່ກັບເປົ້າໝາຍທີ່ມີອາວຸດໄວ້ໃນຄອບຄອງ ທີ່ບໍ່ນໍາມາມອບໃຫ້ກັບຄະນະຮັບຊອບ ຈະໄດ້ດໍາເນີນການປະຕິບັດເຮັດບົດບັນທຶກສືບສວນ-ສອບສວນດໍາເນີນຕາມລະບຽບກົດໝາຍ.

 

ແຫຼ່ງຂ່າວຈາກ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...