Homeຂ່າວຕ່າງປະເທດຊາວມຽນມາຊຸມນຸມສະໜັບສະໜຸນລັດຖະບານຊູຈີ ພ້ອມຄັດຄ້ານການຮັບຊາວໂຣຮິນຢາຄືນ

ຊາວມຽນມາຊຸມນຸມສະໜັບສະໜຸນລັດຖະບານຊູຈີ ພ້ອມຄັດຄ້ານການຮັບຊາວໂຣຮິນຢາຄືນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ເນປິດໍ ປະເທດມຽນມາ ເມື່ອວັນທີ 23 ຕຸລາ 2017ວ່າ ມີປະຊາຊົນຫຼາຍຮ້ອຍຄົນເດີນຂະບວນໄປຕາມທ້ອງຖະໜົນໃນເມືອງ ຊິດເວ ເມືອງເອກຂອງລັດຍະໄຂ່ ເມື່ອອາທິດທີ່ຜ່ານມາ ເພື່ອສະແດງຈຸດຢືນຄັດຄ້ານການຮັບຜູ້ລີ້ໄພຊາວໂຣຮິນຢາກັບປະເທດ ຫຼັງຈາກລັດຖະບານຂອງທ່ານ ນາງ ອອງ ຊານ ຊູຈີ ເຈລະຈາຮ່ວມມືກັບບັງກາລາເທດເມື່ອຕົ້ນເດືອນນີ້ ແລະ ມີການເຫັນດີແຕ່ງຕັ້ງຄະນະທຳງານຮ່ວມກັນໃນເລື່ອງນີ້

ນອກຈາກນີ້ໃນມື້ດຽວກັນມີລາຍງານວ່າຊາວມຽນມາຈຳນວນຫຼາຍຊຸມນຸມກັນໃນນະຄອນຫຼວງເນປິດໍ ເພື່ອໃຫ້ກຳລັງໃຈ ແລະ ສະແດງຄວາມສະໜັບສະໜູນລັດຖະບານ ໃນການແກເໄຂບັນຫາຄວາມໝັ້ນຄົງໃນລັດຍະໄຂ່ ແລະ ວິກິດ ການດ້ານສິດທິມະນຸດຂອງຊາວໂຣຮິນຢາອີກດ້ວຍ ຫຼັງຈາກທີ່ລັດຖະມົນຕີກະຊວງການຕ່າງປະເທດຂອງອິນເດຍກ່າວວ່າລັດຖະບານຂອງມຽນມາ “ຕ້ອງ” ຮັບຜູ້ລີ້ໄພຊາວໂຣຮິນຢາຈາກບັງກາລາເທດທັງໝົດ ກັບຄືນ ທີ່ສະຫະປະຊາຊາດລາຍງານວ່າປັດຈຸບັນເພີ່ມເປັນ 600,000 ຄົນແລ້ວ ນັບຕັ້ງແຕ່ມີການຕໍ່ສູ້ໃນລັດຍະໄຂ່ເມື່ອວັນທີ 25 ສິງຫາ 2017 ທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...