Homeວິທະຍາສາດ-ວິທະຍາການຈີນທົດລອງປູກເຂົ້າສາຍພັນໃໝ່ ສູງເຖິງ 2.2 ແມັດ

ຈີນທົດລອງປູກເຂົ້າສາຍພັນໃໝ່ ສູງເຖິງ 2.2 ແມັດ

Published on

ສຳນັກຂ່າວປະເທດຈີນລາຍງານເມື່ອວັນທີ 16 ຕຸລາ 2017 ທີ່ຜ່ານມາ ສະຖາບັນວິໄຈກະສິກຳ ປະຈຳສະຖາບັນວິທະຍາສາດຈີນ (CAS) ເປີດຕົວພັນເຂົ້າຊະນິດໃໝ່ ທີ່ມີຄວາມສູງກວ່າ 2.2 ແມັດ ແລະ 1 ຮວງເຂົ້າມີເມັດເຂົ້າຫຼາຍກວ່າ 400 ເມັດ ທີ່ທົດລອງປູກໄວ້ໃນນາທົດລອງທີ່ ຈິນຈິ່ງ ອຳເພີສາງຊາ ມົນທົນຫູໜານ ເຊິ່ງຜູ້ຊ່ຽວຊານຄາດຄະເນວ່າ ຖ້າປູກໃນພື້ນທີ່່ 1 ໄຮ່ ຈະໃຫ້ຜົນຜະລິດກວ່າ 1 ຕັນ ແລະ ຕົ້ນເຂົ້າກໍ່ລົ້ມຍາກ, ສາມາດຕ້ານທານດັບສັດຕູພືດ ແລະ ແມງໄມ້ກິນພືດ, ທົນຕໍ່ນ້ຳຖ້ວມຂັງ ແລະ ໄພແຫ້ງແລ້ງໄດ້ອີກດ້ວຍ.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...