Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດເມຂຽວຢຽບນັກຮຽນ ຍ້ອນມີການປ່ຽນຊ່ອງທາງກະທັນຫັນ

ລົດເມຂຽວຢຽບນັກຮຽນ ຍ້ອນມີການປ່ຽນຊ່ອງທາງກະທັນຫັນ

Published on

ລົດເມສີຂຽວສາຍຕະຫຼາດເຊົ້າ-ດົງໂດກ ຕໍາລົດຈັກ ແລະ ຢຽບຜູ້ຂັບຂີ່ເສຍຊີວິດຄາທີ່ ຢູ່ຖະໜົນໂພນຕ້ອງ-ດົງໂດກ ເຂດບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເກີດຈາກຜູ້ຂັບຂີ່ລົດຈັກປ່ຽນຊ່ອງທາງການສັນຈອນເພື່ອຫຼົບຫຼີກລົດຈອດຢູ່ຂ້າງທາງກະທັນຫັນ, ເຊິ່ງເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 13:00 ໂມງ ຂອງວັນທີ 12 ຕຸລາ 2017.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນາງ ມະລີ ອາຍຸ 15 ປີ, ນັກຮຽນບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ຂັບຂີ່ລົດຈັກຮອນດາຄຼີກໄອ ບໍ່ມີໝາຍເລກທະບຽນ ພ້ອມໝູ່ 1 ຄົນ ມາຈາກມະຫາວິທະຍາໄລແຫ່ງຊາດ ມຸ່ງໜ້າໄປທາງບ້ານສີວິໄລ ເມືອງໄຊທານີ ເຊິ່ງມີລົດເມສີຂຽວຂັບຂີ່ຕາມຫຼັງມາ. ພໍຮອດຈຸດເກີດເຫດເຂດບ້ານຄໍາຮຸ່ງ ເຊິ່ງເປັນທາງແຄບນາງ ມະລີ ຜູ້ຂັບຂີ່ລົດຈັກ ໄດ້ປ່ຽນຊ່ອງທາງ ໂດຍຫັກ ຫຼົບລົດໃຫຍ່ທີ່ຈອດຢູ່ແຄມທາງ ມາທາງຊ້າຍມືກະທັນຫັນ.

ໃນຂະນັ້ນ, ມີລົດເມຂັບຂີ່ຕາມຫຼັງມາດາດລົດຈັກ ເຮັດ ໃຫ້ລົດຈັກເສຍຫຼັກລົ້ມ ຜູ້ຂັບຂີ່ຟົ້ງເຂົ້າກ້ອງລົດໃຫຍ່ຖືກຢຽບເສຍຊີວິດຄາທີ່, ສ່ວນໝູ່ທີ່ຊ້ອນທ້າຍລົດຈັກຄັນດັ່ງກ່າວປອດໄພ. ເຊິ່ງລົດເມຄັນດັ່ງກ່າວເປັນລົດເມສີຂຽວເປັນລົດລັດວິສະຫະກິດລົດເມ ນະຄອນຫຼວງວຽງຈັນ ສາຍໂພນຕ້ອງ-ດົງໂດກ ໝາຍເລກທະບຽນ ບຂ 0797 ກໍາແພງນະຄອນ ຂັບຂີ່ໂດຍ ທ້າວ ສີສຸພັນ ອາຍຸ 36 ປີ ພັກເຊົາບ້ານນໍ້າກ້ຽງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ນອກນີ້, ໃນວັນທີ 16 ຕຸລາ 2017 ເວລາ 2:00 ໂມງ ທ້າວ ທອງແດງ ອາຍຸ 18 ປີ ບ້ານໂນນສະຫວັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຂັບຂີ່ລົດກະບະວິໂກ້ ກຂ 5287 ກໍາແພງນະຄອນ ຈາກຫົວຂົວ-ມຸ່ງໜ້າມາທາງສະໜາມມ້າ ຂັບຂີ່ໃນສະພາບມືນເມົາ, ພໍມາຮອດເຂດບ້ານວັງຊາຍ ໄດ້ຂັບລົດຕໍາໃສ່ເຮືອນດີທີ່ມີເຕັ້ນກາງກວມເອົາທາງ ( ເຮືອນດີ ), ອຸບັດຕິເຫດຄັ້ງນີ້ເຮັດໃຫ້ຄົນມາງັນເຮືອນດີ ໄດ້ຮັບບາດເຈັບສາຫັດ 1 ຄົນ ແລະ ສົມຄວນ 4 ຄົນ. ນອກນັ້ນ ຍັງເຮັດໃຫ້ລົດເປ່ເພ່ ແລະ ໃຊ້ການບໍ່ໄດ້ຈໍານວນໜຶ່ງ.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...