spot_img
Homeນານາສາລະວິທີຊ່ວຍໃຫ້ຕັດໃຈຈາກຢາສູບ

ວິທີຊ່ວຍໃຫ້ຕັດໃຈຈາກຢາສູບ

Published on

ເຊື່ອວ່າຄົນທີ່ສູບຢາທຸກຄົນ ຖ້າມີໂອກາດເລີກໄດ້ກໍ່ຄົວຢາກເລີກສູບຖາວອນ ເພາະຄືທີ່ຮູ້ຈັກກັນດີວ່າການສູບຢານອກຈາກຈະເປັນການຈູດເງິນຖິ້ມແລ້ວ ຍັງສົ່ງຜົນເສຍໃຫ້ສຸຂະພາບຂອງທ່ານ ແລະ ຄົນອ້ອມຂ້າງທ່ານອີກດ້ວຍ ແຕ່ເລື່ອງນີ້ມັນເປັນສິ່ງທີ່ວ່າເລີກຍາກກໍ່ບໍ່ໄດ້ຍາກເກີນໄປ ສິວ່າງ່າຍກໍ່ບໍ່ງ່າຍ ເພາະມັນຂື້ນກັບໃຈຕົນເປັນຜູ້ກຳນົດເອງ ແຕ່ສຳລັບຄໍລຳສາລະໜ້າຮູ້ມື້ນີ້ ຫາກໃຜມີຄວາມຄິດຢາກເລີກສູບຢາ ຫຼື ຢາກຫຼຸດຜ່ອນການສູບໃຫ້ໜ້ອຍລົງ ແອັດມິນມີຕົວຊ່ວຍມາບອກ

  1. ທ່ອງຄຳວ່າ “ບໍ່” ເຮັດໃຈແຂງໄວ້
  2. ຄິດເຫັນຜົນຮ້າຍຂອງມັນໃຫ້ຂຶ້ນໃຈ
  3. ຊ່ວງທຳອິດຫາແນວມາຍ້ຳ ມາກິນໂດນສະເພາະແນວກິນທີ່ມີສານ ນິໂຄຕິນ ເຊັ່ນ: ຊິ່ງອົ້ມ, ຂະໜົມອົມເປັນຕົ້ນ
  4. ຫຼຸດຜ່ອນການດື່ມຊາ, ກາແຟ ແລະ ເຄື່ອງດື່ມແອລກໍຮໍ ເພາະສອງສິ່ງນີ້ຈະເຮັດໃຫ້ສູບຢາໄດ້ຣົດຊາດດີຂຶ້ນ
  5. ຫາແຮງບັນດານໃຈໃນການເລີກສູບຢາ

ລອງເອົາ 5 ຂໍ້ທີ່ກ່າວມາຂ້າງເທິງນີ້ໄປໃຊ້ລອງເບິ່ງ ຮັບຮອງວ່າຈະຊ່ວຍໃຫ້ທ່ານເລີກສູບຢາໄດ້ແນ່ນອນ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...