spot_img
Home​ຂ່າວທ່ອງທ່ຽວຄາດຄະເນເປີດປີທ່ອງທ່ຽວຈະມີນັກທ່ອງທ່ຽວເຂົ້າມາລາວ 5 ພັນຄົນ

ຄາດຄະເນເປີດປີທ່ອງທ່ຽວຈະມີນັກທ່ອງທ່ຽວເຂົ້າມາລາວ 5 ພັນຄົນ

Published on

ສປປ ລາວ ໄດ້​ຈັດ​ປີ​ທ່ອງ​ທ່ຽວລາວ​ຂຶ້ນ​ມາ 2 ຄັ້ງ ກໍ່​ຄືໃນ​ປີ 1999-2000 ແລະ ປີ 2011-2012 ເພື່ອ​ເປັນ​ການ​ສົ່ງເສີມ​ໂຄສະ​ນາ ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ແລະ ຕ່າງປະເທດ ໃຫ້​ເຂົ້າ​ມາ​ທ່ອງ​ທ່ຽວ​ໃນ​ຊຸມ​ປີ​ຕໍ່ໜ້າ ດັ່ງນັ້ນ ລັດຖະບານ​ຈຶ່ງ​ໄດ້ອະນຸມັດ​ໃຫ້​ຈັດ​ປີ​ທ່ອງ​ທ່ຽວ​ລາວ ຂຶ້ນໃນ​ປີ 2018.

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ປະທານຄະນະ​ຮັບຜິດຊອບ​ຊີ້​ນຳ​ລະດັບຊາດ ​ໃນ​ການ​ຈັດ​ປີ​ທ່ອງ​ທ່ຽວ​ລາວ 2018 ແລະ ທ່ານ ບໍ່​ແສງ​ຄຳ ວົງດາລາ ລັດຖະມົນຕີ​ກະຊວງ​ຖະແຫຼຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ໄດ້​ຖະແຫຼງ​ຂ່າວ​ການຈັດ​ປີ​ທ່ອງ​ທ່ຽວ​ລາວ 2018 ຂຶ້ນ ວັນ​ທີ 12 ຕຸລາ 2017 ທີ່​ໂຮງແຮມ​ຄຣາວ​ພລາ​ຊາ ນະຄອນ ຫຼວງ​ວຽງ​ຈັນ​ວ່າ: ສຳລັບ​ປີ​ທ່ອງທ່ຽວ​ລາວ 2018 ພິທີ​ເປີດ​ປີ​ທ່ອງທ່ຽວ​ຈະ​ໄດ້​ຈັດ​ພ້ອມ​ກັບ​ພິທີ​ເປີດງານ​ບຸນ​ນະມັດ ສະການ​ພະທາດຫຼວງ ວັນ​ທີ 28 ຕຸລາ​ນີ້ ໂດຍ​ຈະໄດ້​ເຊີນ​ບັນດາ​ແຂກ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ຮ່ວມ​ກິດຈະ​ກຳ​ດັ່ງກ່າວ ເພື່ອ​ເປັນ​ການໂຄສະນາ​ປະຊາສຳພັນ​ກ່ຽວ​ກັບປີ​ທ່ອງ​ທ່ຽວ​ລາວ​ຢ່າງ​ກວ້າງຂວາງ.

ສຳລັບ​ກິດຈະກຳ​ສະເຫຼີມ​ສະຫຼອງ​ປີ​ທ່ອງ​ທ່ຽວ​ຢູ່​ບັນດາ​ແຂວງມີ​ທັງ​ໝົດ 18 ກິດຈະກຳ ໃນ​ຂອບເຂດ​ທົ່ວ​ປະເທດ ເຊັ່ນ: ບຸນປີໃໝ່ຊົນເຜົ່າ​ກຶມ​ມຸ ແຂວງ​ອຸດົມ​ໄຊ ງານ​ບຸນ​ເສົາ​ຫຼັກ​ເມືອງ 10 ຊົນເຜົ່າ ແຂວງ​ເຊ​ກອງ ບຸນ​ພະ​ບາດໂພນ​ສັນ ແຂວງ​ບໍ​ລິ​ຄຳ​ໄຊ ບຸນຊົນເຜົ່າ​ແຂວງ​ຫຼວງ​ນ້ຳ​ທາ ງານເທ​ສະການ​ດອກ​ງິ້ວ​ບານ ແຂວງບໍ່​ແກ້ວ ບຸນ​ຊ້າງ ແຂວງ​ໄຊ​ຍະ​ບູ​ລີ ບຸນ​ວັດ​ພູ ແຂວງ​ຈຳປາ​ສັກ ບຸນພະທາດ​ສີ​ໂຄດ ແຂວງ​ຄຳ​ມ່ວນ ບຸນປີໃໝ່​ລາວ ແຂວງ​ຫຼວງ​ພະບາງ ງານ​ສະເຫຼີມສະຫຼອງ​ແກ້ວຫຼັກ​ເມືອງ ແລະ ທ່ຽວ​ຊົມ​ຖ້ຳ​ທ່ານຜູ້ນຳ ແຂວງ​ຫົວພັນ ບຸນ​ຊ່ວງເຮືອ​ແຂວງ​ສາລະ​ວັນ ບຸນ​ນະ​ມັດສະ ການ​ພະ​ທາດຫຼວງ ນະຄອນຫຼວງ​ວຽງ​ຈັນ ບຸນຊ່ວງເຮືອ​ເມືອງຂວາ ແຂວງ​ຜົ້ງ​ສາລີ ບຸນ​ພະທາດອີ​ຮັງ ແຂວງ​ສະຫວັນ​ນະ​ເຂດ ບຸນກິນ​ຈຽງ ແຂວງ​ຊຽງ​ຂວາງ ຫຼັກ 52 ແຂວງ​ວຽງ​ຈັນ ແຂວງ​ໄຊ​ສົມບູນ ແລະ ງານ​ນະມັດສະການພະ​ເຈົ້າ​ໄຊ​ເຊດ​ຖາ ແຂວງ​ອັດ​ຕະປື ສ່ວນ​ການເຄື່ອນໄຫວ ແລະ ກິດຈະກຳ​ປິ່ນ​ອ້ອມ ປະກອບ​ມີ: ການ​ຈັດ​ຂະ​ບວນ​ຄາ​ລາ​ວານ​ລົດທ່ອງ​ທ່ຽວ ​ຕາມ​ເສັ້ນທາງ​ແຫຼ່ງທ່ອງ​ທ່ຽວ​ຂອງ​ບາງ​ແຂວງ​ພາກເໜືອ-ພາກ​ໃຕ້ ການ​ຈັດ​ລາຍການ​ຢ້ຽມຢາມ​ແຫຼ່ງ​ທ່ອງ​ທ່ຽວສຳລັບ​ສື່​ມວນ​ຊົນ ແລະ ບໍລິສັດທ່ອງ​ທ່ຽວທັງ​ພາຍ​ໃນ ແລະ ຕ່າງປະເທດ ເພື່ອ​ໂຄສະນາ​ຜະລິດ​ຕະ​ພັນ ແລະ ແຫຼ່ງ​ທ່ອງ​ທ່ຽວອັນ​ໂດດ​ເດັ່ນ​ຂອງ ​ສປປ ລາວ ໂດຍ​ສະເພາະແມ່ນ​ແຫຼ່ງ​ທ່ອງທ່ຽວ​ປະຫວັດສາດ ວັດທະນະທຳ ທຳ​ມະ​ຊາດ ກິດຈະກຳ​ສະເຫຼີມສະຫຼອງ​ວັນ​ທ່ອງ​ທ່ຽວ​ໂລກ ບຸນມະໂຫລານ ສິລະ​ປະການ​ສະແດງ​ພື້ນເມືອງ​ບັນດາເຜົ່າ​ທົ່ວ​ປະເທດ​ ໃນ​ງານ​ບຸນ​ນະມັດສະການພະ​ທາດຫຼວງ.

ກິດຈະກຳ​ປິ່ນ​ອ້ອມ​ພາຍ​ໃນ​ປະກອບ​ມີ: ລາຍ​ການທ່ອງທ່ຽວ​ຂີ່ລົດຖີບ​ອາ​ຊຽນ ການ​ແຂ່ງ​ລົດຈັກວິບາກ ການ​ແຂ່ງ​ລົດ​ໃຫຍ່​ວິບາກ ກິດຈະກຳ​ປີນ​ໜ້າຜາ ແລະ ກິດຈະ​ກຳ​ອື່ນໆ ສ່ວນ​ລາຍການເຄື່ອນ​ໄຫວ ແລະ ກິດຈະກຳ​ປິ່ນອ້ອມ​ຢູ່​ຕ່າງປະເທດ​ປະກອບ​ມີ: ຈັດ​ງານ​ວັນ​ລາວ (Lao Night) ໃນ​ງານ ATF 2018 ຢູ່​ຊຽງ​ໃໝ່ ປະເທດ​ໄທ ຈັດ​ງານ Cocktail ຢູ່ ITB Berlin 2018 ປະເທດເຢຍ​ລະ​ມັນ ງານ​ວາງສະແດງທ່ອງ​ທ່ຽວ​ສາກົນ SMT ຢູ່​ປາ​ຣີ ປະເທດ​ຝຣັ່ງ ຈັດ​ງານ​ວັນ​ລາວ​ທີ່ Lao Festival ທີ່ໂຕ​ກຽວ ປະເທດ​ຍີ່ປຸ່ນ ແລະ ​ສສ ຫວຽດນາມ ງານ​ວາງສະແດງ​ທ່ອງ​ທ່ຽວ​ສາກົນ WTM ຢູ່​ລອນ​ດອນ ປະເທດອັງກິດ.

ສຳລັບ​ງົບປະມານ​ໃນ​ການເປີດ​ປີ​ທ່ອງ​ທ່ຽວ ​ຄາດ​ວ່າຈະ​ໃຊ້ງົບປະມານ 23 ຕື້​ກີບ ປະກອບເຂົ້າ​ໃນ​ການ​ຈັດ​ກິດຈະກຳ​ການທ່ອງ​ທ່ຽວ ແລະ ເພື່ອ​ກຽມ​ຄວາມພ້ອມ​ໃນ​ການ​ດຶງ​ດູດ​ນັກ​ທ່ອງທ່ຽວ ລັດຖະບານ ແລະ ພາກສ່ວນ​ກ່ຽວຂ້ອງ ​ແມ່ນ​ຈະ​ໄດ້​ພ້ອມກັນ​ປັບປຸງ​ແກ້​ສິ່ງ​ອຳນວຍ​ຄວາມສະດວກ​ໃຫ້​ກັບ​ນັກ​ທ່ອງ​ທ່ຽວ ເປັນຕົ້ນ ກວດກາ​ຄືນ​ດ້ານ​ອາຫານ ທີ່​ພັກ ໂຮງແຮມ ໃຫ້​ມີ​ຄຸ​ນະພາບ ມີ​ຄວາມ​ປອດ​ໄພ​ສູງ​ສຸດ ພ້ອມ​ນັ້ນຍັງ​ໃຫ້​ຄວາມ​ສຳຄັນ​ໃນການ​ເບິ່ງແຍງ​ຄວາມ​ປອດ​ໄພ ແລະ ໃຫ້ການ​ຊ່ວຍເຫຼືອ​ນັກ​ທ່ອງທ່ຽວ ກໍລະນີ​ເກີດ​ເຫດ​ສຸກ​ເສີນ ໂດຍ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບລະດັບ​ຊາດ ລະດັບ​ແຂວງ ເມືອງ ແລະ ຂັ້ນ​ທ້ອງຖິ່ນ.

ການ​ຈັດ​ປີ​ທ່ອງ​ທ່ຽວ​ຂຶ້ນ​ຄາດວ່າ​ຈະ​ສາມາດ​ດຶງ​ດູດ​ນັກ​ທ່ອງທ່ຽວ​ເຂົ້າ​ມາ ​ສປປ ລາວ ໄດ້​ເພີ່ມຂຶ້ນ ຄາດ​ວ່າ​ປີ 2018 ຈະ​ມີ​ນັກທ່ອງ​ທ່ຽວ​ເຂົ້າ​ລາວ ປະມານ 5 ລ້ານ​ຄົນ ແລະ ຄາດ​ຄະເນ​ວ່າ​ປີ 2020 ຈະ​ມີ​ນັກ​ທ່ອງ​ທ່ຽວ​ເຖິງ 6 ລ້ານ​ກວ່າ​ຄົນ ຈະ​ມີ​ລາຍ​ຮັບ 993 ລ້ານ​ໂດ​ລາ​ສະຫະລັດ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...