spot_img
Homeຂ່າວພາຍ​ໃນພະອາຈານໃຫຍ່ ເນືອງພິລັກ ມໍລະນະພາບ

ພະອາຈານໃຫຍ່ ເນືອງພິລັກ ມໍລະນະພາບ

Published on

ຂໍນ້ອມຄາຣະວະ ແລະ ໄວ້ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະອາຈານໃຫຍ່ ມະຫາເນືອງພິລັກ ໂຊຕິທອນ ວັດວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.

ພະອາຈານ ເນືອງພິລັກ ໂຊຕິທອນ ເຈົ້າອະທິການວັດ ວິຈິດຕະທຳມາລາມ ບ້ານວຽງຈະເລີນ ນະຄອນຫຼວງວຽງຈັນ. ອະດີດຄະນະ ອພສ ສູນກາງ, ຄະນະອຳນວຍການແລະເປັນພະອາຈານສອນຢູ່ວິທະຍາໄລສົງອົງຕື້ ແລະສະມາຊິກສະມາຄົມນັກປະພັນລາວຜູ້ຫ້າວຫັນແລະມີຜົນງານການຂຽນຢ່າງຫຼວງຫຼາຍ ອອກຕາມໜ້າໜັງສືພິມຢູ່ເປັນປະຈຳ.

ພະອາຈານເນືອງພິລັກ ໂຊຕິທອນ ເປັນພະມະຫາເຖລະອົງສຳຄັນອົງໜຶ່ງຂອງລາວ ພະອາຈານເປັນນັກບວດ, ນັກຮຽນ, ນັກສັ່ງສອນ ແລະນັກພັດທະນາ ທີ່ຍາດໂຍມໃຫ້ຄວາມເຄົາລົບນັບຖືຢ່າງຫຼວງຫຼາຍ.

ພະອາຈານເນືອງພິລັກ ໂຊຕິທອນ ໄດ້ມໍລະນະພາບ ໃນຕອນເຊົ້າຂອງວັນທີ 15 ຕຸລາ 2017 ນີ້, ປັດຈຸບັນສະລີລະຂອງເພິ່ນໄດ້ຕັ້ງບຳເພນກຸສົນໄວ້ ທີ່ວັດວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ສ່ວນວັນຊາປະນະກິດນັ້ນ ຈະແຈ້ງຕື່ມຕາມພາຍຫຼັງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...