Home​ຂ່າວບັນເທິງຊຸດປະຈຳຊາດອິນໂດເນເຊຍຖືກໂຫວດເປັນອັນດັບ 1 ສ່ວນລາວເປັນອັນດັບ 5

ຊຸດປະຈຳຊາດອິນໂດເນເຊຍຖືກໂຫວດເປັນອັນດັບ 1 ສ່ວນລາວເປັນອັນດັບ 5

Published on

ຜ່ານໄປແລ້ວກັບຮອບຊຸດປະຈຳຊາດ ໃນເວທີ Miss Grand International 2017 ທີ່ປະເທດຫວຽດນາມ ໃນຄ່ຳຄືນຂອງວັນທີ 12 ຕຸລາທີ່ຜ່ານມາ ຫຼ້າສຸດທາງກອງປະກວດໄດ້ເປີດເຜີຍຜົນໂຫວດຊຸດປະຈຳຊາດດີເດັ່ນ ເຊິ່ງປັດຈຸບັນນີ້ ຊຸດປະຈຳຊາດ ອິນໂດເນເຊຍໄດ້ຮັບຜົນໂຫວດນຳມາເປັນອັນດັນ 1 ສ່ວນຊຸດປະຈຳຊາດລາວເຮົາຕາມມາເປັນອັນດັບທີ 5

ການຈັດອັນດັບຈະມີການປ່ຽນແປງທຸກຊົ່ວໂມງ ໂດຍອີງໃສ່ຄະແນນຜົນໂຫວດ ດັ່ງນັ້ນຈິ່ງຂໍແຮງໃຈຈາກພີ່ນ້ອງຊາວລາວທຸກຄົນຊ່ວຍໂຫວດໃຫ້ຊຸດປະຈຳຊາດລາວໄດ້ຮັບລາງວັນຊຸດປະຈຳຊາດດີເດັ່ນໃນເວທີ Miss Grand International 2017 ທ່ານສາມາດເຮັດໄດ້ພຽງເຂົ້າໄປທີ່ເຟສບຸກ ຫຼື ໄອຈີ ຂອງ Miss Grand International 2017 ໄປກົດໄລນ໌ ຫຼື ກົດແຊຣ ຄົນລະ 100-1000 ໄລນ໌ ຮັບຮອງວ່າເຮົາສາມາດຊະນະໄດ້ແນ່ນອນ.

https://www.instagram.com/p/BaJvUW5gGwy/?taken-by=missgrandslam

https://www.instagram.com/p/BaJwYPOgTs0/?taken-by=missgrandslam

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...