spot_img
HomeBaby-ແມ່ແລະເດັກ7 ວິທິເພີ່ມ IQ ໃຫ້ລູກໃນທ້ອງ

7 ວິທິເພີ່ມ IQ ໃຫ້ລູກໃນທ້ອງ

Published on

เพิ่ม-IQ-ให้ลูกในครรภ์

         ມື້​ນີ້​ເຮົາ​ມີ​ວິທີ​ເບິ່ງແຍງ​ຕົວ​ເອງ​ໃນ​ລະຫວ່າງ​ຖືພາ​ຂອງ​​ແມ່ ທີ່​ມີ​ຜົນ​ຕໍ່​ຄວາມ​ສະຫລາດ​ທາງ​ສະຕິປັນຍາ​ຂອງ​ລູກ​ນ້ອຍ​ໃນ​ມົດລູກ ມາ​ແນະ​ນຳ​ກັນ
1. ອາລົມ​ດີ​ເຂົ້າ​ໄວ້ ເພື່ອ​ຮ່າງກາຍ​ຈະ​ໄດ້​ລັ່ງ​ສານ​ຄວາມ​ສຸກ​ອອກ​ມາ ແລະ ​ສົ່ງ​ຜ່ານ​ໄປ​ຫາ​ລູກ​ເຮັດໃຫ້​ລູກ​ມີ​ພັດທະນາ​ການ​ທີ່​ດີ​ທັງ​ສະຫມອງ ແລະ​ ອາລົມ ແຕ່​ຖ້າ​ຄຽດ​ຮ່າງກາຍ​ຈະ​ລັ່ງ​ສານ​ອະ​ດຣີນາ​ລີນແທນ ຊຶ່ງ​ສົ່ງ​ຜົນ​ໃຫ້​ລູກ​ເກີດ​ອອກ​ມາ​ເປັນ​ເດັກ​ມັກຄັດມັກລັງລ້ຽງ​ຍາກ ແລະ​ ມີ​ພັດທະນາ​ການ​ຊ້າ​ໄດ້
2. ຮັບປະທານ​ອາຫານ​ເໝາະ​ສົມ ໂດຍສະເພາະ​ອາຫານ​ທີ່​ອຸດົມ​ດ້ວຍ​ກົດ​ໄຂ​ມັນ​ບໍ່​ອິ່ມ​ຕົວ ເຊັ່ນ DHA AA ແລະ ARA ຊຶ່ງ​ມີ​ຫລາຍ​ໃນ​ປາ​ທະ​ເລ,ທັນ​ຍະພືດ​ຕ່າງໆ ຊຶ່ງ​ເປັນ​ອົງປະກອບ​ສຳຄັນ​ຂອງ​ສະຫມອງ​ຂອງ​ລູກ​ເຖິງ​ຮ້ອຍ​ລະ 60
3. ອອກ​ກຳ​ລັງ​ກາຍ ເວລາທ່ານແມ່​ອອກ​ກຳ​ລັງ​ກາຍ ລູກ​ໃນ​ທ້ອງ​ກໍ​ຈະ​ເຄື່ອນ​ໄຫວ​ຕາມ​ຈັງ​ຫວະ​ຂອງ​ແມ່​ນຳ ຊຶ່ງ​ການ​ເຄື່ອນ​ໄຫວ​ນີ້​ຈະ​ຊ່ວຍ​ກະຕຸ້ນ​ລະບົບ​ປະສາດ​ສຳ​ຜັດ​ຂອງ​ລູກ​ໃຫ້​ພັດທະນາ​ດີ​ຂຶ້ນ
4. ລູບ​ໜ້າ​ທ້ອງ ຈະ​ກະຕຸ້ນ​ລະບົບ​ປະສາດ​ ແລະ ​ສະຫມອງ​ສ່ວນ​ຮັບ​ຮູ້​ຄວາມ​ຮູ້ສຶກ​ຂອງ​ລູກ​ໃຫ້​ມີ​ພັດທະນາ​ການ​ດີ​ຂຶ້ນ ເທັກ​ນິກ​ງ່າຍໆ ຄື​ໃຫ້​ທ່ານ​ແມ່​ລູບໜ້າ​ທ້ອງ​ເປັນ​ວົງກົມ​ວົນ​ໄປ​ມາ​
5. ໂອລົມກັບ​ລູກ​ເລື້ອຍໆ ລະບົບ​ປະສາດ​ການ​ຮັບ​ຟັງ​ຂອງ​ລູກ​ຈະ​ເລີ່ມ​ເຮັດວຽກ​ປະ​ມານ​ອາ​ຍຸ​ການຖືພາໄດ້ 5 ເດືອນ ການ​ໂອລົມ​ກັບ​ລູກ​ດ້ວຍ​ສຽງ​ທີ່​ນຸ່ມ​ນວນ ປະ​ໂຫຍກ​ຊ້ຳ​ໆຈະ​ຊ່ວຍ​ໃຫ້​ລະບົບ​ປະສາດ​ ແລະ​ ສະໜອງ​ທີ່​ຄວບ​ຄຸມ​ການ​ໄດ້ຍິນ​ພັດທະນາ​ດີ​ຂຶ້ນ​ ແລະ ​ຕຽມ​ພ້ອມສຳລັບ​ການ​ໄດ້ຍິນ​ຫລັງ​ເກີດ
6. ຟັງ​ເພງ​ເພີນໆ ບໍ່​ວ່າ​ທ່ານແມ່​ຟັງ​ເພງ​ຫຍັງ ລູກ​ນ້ອຍ​ກໍ​ຈະ​ໄດ້​ຟັງ​​ໄປ​ ຍິ່ງ​ຖ້າ​ເປັນ​ເພງ​ຄາດ​ສິກ​ ​ແລ້ວ​ຈະ​ຊ່ວຍ​ກະຕຸ້ນ​ໃຫ້​ເຄືອ​ຂ່າຍ​ໃຍ​ປະສາດ​ທີ່​ເຮັດວຽກ​ກ່ຽວກັບ​ການ​ໄດ້ຍິນ​ຂອງ​ລູກ​ພັດທະນາ​ດີ​ຂຶ້ນ ແລະ​ ມື່ອ​ລູກ​ເກີດ​ອອກ​ມາ​ຈະ​ມີ​ຄວາມ​ສາມາດ​ໃນ​ການ​ຈັດ​ລຳ​ດັບ​ຄວາມ​ຄິດ​ໃນ​ສະຫມອງ ຮູ້ສຶກ​ຜ່ອນ​ຄາຍ ແລະ​ ຈົດ​ຈຳ​ສິ່ງ​ຕ່າງໆໄດ້​ດີ
7. ສ່ອງ​ໄຟ​ທີ່​ໜ້າ​ທ້ອງ ເມື່ອ​ຖືພາໄດ້​ປະ​ມານ 7 ເດືອນ ລູກ​ຈະ​ສາມາດ​ມືນ​ຕາ​ໄດ້ ການ​ສ່ອງ​ໄຟ​ທີ່​ໜ້າ​ທ້ອງ​ຈະ​ເຮັດໃຫ້​ເຊວ​ສະຫມອງ ​ແລະ​ ເສັ້ນ​ປະສາດ​ສ່ວນ​ຮັບ​ພາບ​ ແລະ ​ການ​ເບິ່ງເຫັນ ມີ​ພັດທະນາ​ດີ​ຂຶ້ນ​ ແລະ ​ກຽມ​ພ້ອມ​ສຳລັບ​ການ​ເບິ່ງເຫັນ​ຫລັງ​ເກີດ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...