Homeອຸບັດເຫດແລະປາກົດການຫຍໍ້ທໍ້ບຸນຊ່ວງເຮືອປີນີ້ ມີຜູ້ເສຍຊີວິດຈາກອຸບັດຕິເຫດຫຼຸດລົງ

ບຸນຊ່ວງເຮືອປີນີ້ ມີຜູ້ເສຍຊີວິດຈາກອຸບັດຕິເຫດຫຼຸດລົງ

Published on

ພະ​ແນກ​ຕຳຫຼວດ​ຈະລາຈອນ ນະຄອນຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ໄລຍະ​ວັນ​ທີ 4-6 ຕຸລາ 2017 ໃນ ງານ​ບຸນຊ່ວງເຮືອ​ທ່າ​ວັດ​ຈັນ​ປີ​ນີ້ ສະເພາະ 3 ມື້​ຂອງ​ການ​ຄົບງັນ ມີ​ອຸບັດ​ຕິ​ເຫດ​ເກີດ​ຂຶ້ນ 18 ກໍລະນີ ແລະ ມີ​ຜູ້​ເສຍ​ຊີວິດ 2 ຄົນຄື: ໃນວັນ​ທີ 4 ຕຸລາ ເວລາ​ປະມານ 23 ໂມງ​ ໄດ້​ເກີດ​ອຸບັດ​ຕິ​ເຫດ​ລົດຈັກຕຳ​ກັບ​ລົດຈັກ​ຢູ່​ເສັ້ນທາງ 13 ເໜືອ ເຂດ​ບ້ານ​ໄຊ​ມຸງຄຸນ ສົ່ງ​ຜົນເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 1 ຄົນ ແລະ ເວລາ​ປະມານ 23 ໂມງຂອງ​ວັນທີ 6 ຕຸລາ ໄດ້​ເກີດ​ອຸບັດ​ຕິ​ເຫດ​ລົດຈັກ​ຕຳ​ກັບ​ລົດ​ໃຫຍ່ ຢູ່​ເສັ້ນທາງ ໄກສອນ ພົມວິຫານ ເຂດ​ບ້ານ​ສີວິໄລ ເມືອງ​ໄຊ​ທານີ ສົ່ງ​ຜົນ​ເຮັດໃຫ້​ຜູ້​ຂັບ​ລົດຈັກ​ເສຍ​ຊີວິດ​ຄາ​ທີ່ ສາເຫດ​ສ່ວນ​ໃຫຍ່​ທີ່​ພາໃຫ້​ເກີດອຸບັດ​ຕິ​ເຫດ​ແມ່ນ​ຍ້ອນ​ຂັບ​ລົດ​ໄວ ແລະ ດື່ມ​ສິ່ງ​ມຶນເມົາ ໂດຍ​ລວມແລ້ວ ສະພາບ​ການ​ເກີດ​ອຸບັດ​ຕິເຫດ​ຖ້າ​ທຽບໃສ່​ໃນ​ປີຜ່ານມາ ເຫັນ​ວ່າ​ຈຳນວນ​ອຸບັດ​ຕິ​ເຫດ​ຫຼຸດລົງ 18 ກໍລະນີ ແລະ ຜູ້​ເສຍ​ຊີວິດຫຼຸດ​ລົງ 4 ຄົນ ຍ້ອນ​ວ່າການ​ຄົບງັນ​ໃນ​ປີ​ນີ້​ມີ​ພຽງ 3 ມື້ ຂະນະ​ທີ່​ປີຜ່ານ​ມາ​ແມ່ນ​ກຳນົດ 5 ມື້.

ນອກຈາກ​ນີ້ ທາງ​ເຈົ້າ​ໜ້າທີ່ຕຳຫຼວດ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ການຈັດ​ງານ​ບຸນຊ່ວງເຮືອ​ປີ​ນີ້ ມີ​ສະພາບ​ປາກົດການ​ຫຍໍ້ທໍ້​ເກີດ​ຂຶ້ນ 11 ເລື່ອງ ໃນ​ນີ້ ເດັ່ນ​ກວ່າ​ໝູ່​ແມ່ນ​ປາກົດ​ການ​ລ່ວງ​ກະເປົາ ທຽບໃສ່​ປີຜ່ານ​ມາ​ເພີ່ມ​ຂຶ້ນ 2 ເລື່ອງ ຜົນເສຍ​ຫາຍ​ມີ​ໂທລະສັບ​ມື​ຖື 7 ໜ່ວຍ ແລະ ເງິນ ປະມານ 10 ລ້ານ​ກວ່າ​ກີບ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃຫມ່

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...