spot_img
Homeຂ່າວຕ່າງປະເທດຢູເອັນແຈກວັກຊີນປ້ອງກັນໂຣກອະຫິວາໃຫ້ແກ່ຊາວໂຣກຮິນຢາ

ຢູເອັນແຈກວັກຊີນປ້ອງກັນໂຣກອະຫິວາໃຫ້ແກ່ຊາວໂຣກຮິນຢາ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຄັອກຊ໌ບາຊາຣ໌ ປະເທດບັງກາລາເທດ ເມື່ອວັນທີ 11 ຕຸລາ 2017 ວ່າກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (ຢູນິເຊຟ) ລາຍງານເລື່ອງການທະຍອຍຈັດສົ່ງວັກຊີນກວ່າ 650,000 ຊຸດ ໄປທີ່ຄ້າຍຜູ້ລີ້ໄພຊາວໂຣຮິນຢາຫຼາຍແຫ່ງ ທີ່ຕັ້ງຢູ່ຕາມເຂດຊາຍແດນທີ່ຕິດກັບລັດຍະໄຂ່ຂອງມຽນມາ ເພື່ອປ້ອງກັນການແຜ່ລະບາດຂອງໂຣກອະຫິວາ ທີ່ຕິດຕໍ່ກັນຜ່ານການດື່ມນ້ຳ ແລະ ອາຫານທີ່ຖືກສຸຂະອານາໄມ ໂດຍການແຈກຍາຍວັກຊີນໃນເທື່ອນີ້ແມ່ນເໜັ້ນແຈກໃຫ້ເດັກນ້ອຍກ່ອນ ເຊິ່ງຢູນິເຊຟປະເມີນວ່າມີປະມານ 250,000 ຄົນ

ປັດຈະບັນບັງກາລາເທດຮອງຮັບຜູ້ລີ້ໄພຊາວໂຣຮິນຢາຈາກມຽນມາຫຼາຍກວ່າ 800,000 ຄົນ ໃນຈຳນວນນີ້ປະມານ 500,000 ຄົນເປັນຜູ້ລີ້ໄພທີ່ຫຼົບໜີການສູ້ຮົບຄັ້ງລ້າສຸດທີ່ເກີດຂຶ້ນເມື່ອເດືອນສິງຫາທີ່ຜ່ານມາ ຂະນະທີ່ລັດຖະບານບັງກາລາເທດມີແຜນແກ້ໄຂສະຖານະການ ດ້ວຍການຂະຫຍາຍຂອບເຂດທີ່ພັກຂອງຄ້າຍຜູ້ລີ້ໄພໃນເມືອງ ກູຕູປະຫຼ່ອງ ເພື່ອໃຫ້ພຽງພໍສຳລັບການດູແລຜູ້ລີ້ໄພຊາວໂຣຮິນຢາທັງໝົດ ແຕ່ສະຫະປະຊາຊາດຄັດຄ້ານ ເນື່ອງຈາກກັງວົນດ້ານສາທາລະນະສຸກເປັນສິ່ງສຳຄັນ ແລະ ສະເໜີໃຫ້ທາງການບັງກາລາເທດເບິ່ງຫາພື້ນທີ່ແຫ່ງໃໝ່ດີກວ່າການຂະຫຍາຍອານາເຂດຂອງສະຖານທີ່ເກົ່າ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...