Homeຂ່າວການພັດທະນາບຶງທາດຫຼວງແຫ່ງ ສປປ ລາວ ຈະກາຍເປັນເມືອງດູໄບແຫ່ງທຳອິດໃນອາຊຽນ

ບຶງທາດຫຼວງແຫ່ງ ສປປ ລາວ ຈະກາຍເປັນເມືອງດູໄບແຫ່ງທຳອິດໃນອາຊຽນ

Published on

ແຜນພັດທະນາເຂດພິເສດບຶງທາດຫຼວງວາງຮູບແບບເປັນເມືອງໃໝ່ໃນນະຄອນຫຼວງວຽງຈັນ ປະກອບດ້ວຍໂຮງຮຽນນານາຊາດລະດັບອະນຸບານຈົນເຖິງມະຫາວິທະຍາໄລ, ໂຮງໝໍ, ສະຖາບັນການເງິນ, ສູນວັດທະນະທຳ, ໂຮງແຮມລະດັບ 3 – 5 ດາວຂຶ້ນໄປ, ຫໍປະຊຸມແຫ່ງຊາດ, ສູນການຄ້າແຫລ່ງຊັອບປິ້ງ ແລະ ຄອນໂດມິນຽມ ອ້ອມຮອບດ້ວຍນ້ຳ ແລະ ສວນສາທາຂະໜາດໃຫຍ່

ນອກຈາກນີ້ຍັງຈະພັດທະນາເຂດສູນການຄ້າປອດພາສີ ເຂດນິຄົມອຸດສາຫະກຳແປຮູບສິນຄ້າເພື່ອສົ່ງອອກ ພາຍໃຕ້ຂໍ້ຕົກລົງວ່າດ້ວຍເຂດການຄ້າເສລີອາຊຽນ, ສູນກາງດ້ານການບໍລິການທຸລະກິດການເງິນ ແລະ ການລົງທຶນ ຮວມເຖິງທ່າເຮືອຈົນສົ່ງສິນຄ້າ

ຈຸດແຂງຂອງລາວຢູ່ທີ່ການເປັນແລນລິ້ງເຊື່ອມຕໍ່ຈິນ ໄທ ຫວຽດນາມ ແລະ ກຳປູເຈ້ຍ ຊ່ວຍອຳນວຍຄວາມສະດວກທາງດ້ານໂຣຈິສຕິກ ແລະ ຄ່າແຮງງານຄ່ອນຂ້າງຕ່ຳ ຈິ່ງສາມາດດຶງດູດນັກທຸລະກິດເຂົ້າໄປສະແຫວງຫາການລົງທຶນ

ນີ້ເປັນການປ່ຽນແປງໂສມໜ້າໃໝ່ຂອງເມືອງວຽງຈັນໃຫ້ເປັນເມືອງທີ່ໂດດເດັ່ນອັນດັບໜຶ່ງໃນລາວ ແລະ ເປັນເມືອງທີ່ໜ້າສົນໃຈຂອງອາຊຽນ ໂດຍສະເພາະກຸ່ມ GMS ທີ່ປະກອບດ້ວຍ: ໄທ ຈີນ ກຳປູເຈຍ ມຽນມາ ຫວຽດນາມ ແລະ ລາວ

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...