Homeຂ່າວທ້ອງຖິ່ນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະເດີນທາງຢ້ຽມຢາມ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະເດີນທາງຢ້ຽມຢາມ ສສ ຫວຽດນາມ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງຢ້ຽມ ຢາມ ສສ ຫວຽດນາມ ເປັນການພາຍໃນແຕ່ ວັນທີ 2-6 ຕຸລາ 2017 ເພື່ອຮັດ ແໜ້ນສາຍພົວພັນມິດຕະພາບອັນ ເປັນມູນເຊື້ອຍາວນານ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນກິດຈະກຳໜຶ່ງ ທີ່ປະກອບສ່ວນອັນສຳຄັນໃຫ້ແກ່ການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017.

ໂອກາດຢ້ຽມຢາມຄັ້ງນີ້, ຄະນະ ຜູ້ແທນຂັ້ນສູງຂອງ ລັດຖະບານ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງທ່ານ ຫງວຽນ ຊັວນ ຟຶກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອທົບທວນ ການລົງທຶນ ແລະ ຊຸກຍູ້ການຈັດຕັ້ງ ປະຕິບັດບັນດາໂຄງການຮ່ວມມື, ການຊ່ວຍເຫລືອລະຫວ່ງສອງປະເທດ ທີ່ໄດ້ຕົກລົງໃນກອງປະຊຸມ ຄະນະກຳມະການຮ່ວມມືທະວິພາຄີ ຄັ້ງທີ 39 ຜ່ານມາ ເປັນຕົ້ນ: ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ; ໂຄງການທ່າເຮືອຫວຸງອາງ; ໂຄງ ການສາງພັກ ແລະ ທໍ່ສົ່ງນໍ້າມັນ ຮອນລາ; ໂຄງການກໍ່ສ້າງຫໍສະພາ ແຫ່ງຊາດ ຂອງຂວັນຈາກພັກ-ລັດຖະບານ ຫວຽດນາມ ແລະ ໂຄງການພະລັງງານ ແລະ ເຊື່ອມຈອດອື່ນໆຈຳນວນໜຶ່ງ. ພິເສດສອງ ຝ່າຍເຫັນດີຮ່ວມກັນສົ່ງເສີມການ ຮ່ວມມືດ້ານກະສິກຳ ແລະ ການພັດທະນາຊັບພະຍາກອນມະນຸດ ໃຫ້ເພີ່ມຂຶ້ນໃນອະນາ ຄົດ.
ສອງນາຍົກລັດຖະມົນຕີຢືນຢັນຄືນຈະຮ່ວມກັນເອົາໃຈໃສ່ສຶກສາ ອົບຮົມຄົນຮຸ້ນຫລັງໃຫ້ເຂົ້າໃຈຄວາມໝາຍຄວາມສຳຄັນຂອງ ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອທີ່ຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບ ດ້ານລາວ-ຫວຽດນາມ ແລະ ສືບຕໍ່ ປົກປັກຮັກສາມູນມໍລະດົກອັນລໍ້າ ຄ່ານີ້ໃຫ້ຮຸ້ນລູກຮຸ້ນຫລານຕໍ່ໄປ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລຂາ ທິການໃຫຍ່ ຫງວຽນ ຝູ໋ ຈ້ອງ, ສະຫາຍປະທານປະເທດ ເຈິ່ນ ດາຍ ກວາງ, ສະຫາຍປະທານ ສະພາແຫ່ງຊາດ ຫງວຽນ ທິິ ກີມ ເງິນ. ຄະນະຍັງໄດ້ຢ້ຽມຢາມອະດີດການນຳພັກ-ລັດ ຫວຽດນາມ ແລະ ພົບປະກັບ ອະດີດຊ່ຽວຊານ ແລະ ທະຫານ ອາສາສະໝັກ ຫວຽດ ນາມ ທີ່ເຄີຍຊ່ວຍການປະຕິວັດຢູ່ ລາວ ໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ໃນປັດຈຸບັນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ຢ້ຽມຢາມ ບາງແຂວງພາກໃຕ້ຂອງຫວຽດນາມ ເພື່ອຢ້ຽມຢາມພື້ນຖານການ ຜະລິດ, ການລົງທຶນ, ເຂດອຸດສາ ຫະກຳ ຂອງ ສສ ຫວຽດນາມ ເພື່ອ ຖອດຖອນບົດຮຽນການຈັດການ ບໍລິຫານການລົງທຶນ, ເຂດອຸດສາ ຫະກຳ ກໍຄື ບົດຮຽນດຶງດູດການລົງ ທຶນຂອງຫວຽດນາມ. 

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...