Homeຂ່າວທ້ອງຖິ່ນ11 ຂໍ້ຫ້າມຕ່າງໆ ສຳລັບພໍ່ຄ້າຊາວຂາຍ ແລະ ຜູ້ມາທ່ຽວຊົມໃນງານບຸນຊ່ວງເຮືອ

11 ຂໍ້ຫ້າມຕ່າງໆ ສຳລັບພໍ່ຄ້າຊາວຂາຍ ແລະ ຜູ້ມາທ່ຽວຊົມໃນງານບຸນຊ່ວງເຮືອ

Published on

ງານ​ບຸນອອກ​ພັນ​ສາ ປະ​ວໍລະນາ ​ແລະ ຊ່ວງ​ເຮືອ ທີ່​ທ່າ​ວັດ​ຈັນ ​ເມືອງ​ຈັນທະ​ບູລີ ນະຄອນຫລວງວຽງຈັນ, ​ໃນປີ​ນີ້ ​ໄດ້​ກຳນົດ​ເອົາ​ວັນ​ທີ 4-6 ຕຸລາ 2017 ​ແລະ ​ໄດ້​ມີຂໍ້​ຫ້າມ​ຕ່າງໆ​ ສຳລັບ​ພໍ່ຄ້າ​ຊາວ​ຂາຍ ​ແລະ ພໍ່​ແມ່​ປະຊາຊົນ ຜູ້​ທີ່​ເຂົ້າມາ​ທ່ຽວ​ຊົມໃນ​ງານ​ບຸນ​ດັ່ງກ່າວ, ​ມີຄື:

1) ຫ້າມ​ບໍ່​ໃຫ້​ມີ​ການ​ໂຄສະນາ​ທຸກ​ຮູບ​ແບບ ທີ່​ຜິດ​ຕໍ່​ກົດ​ລະບຽບ​ຂອງ ສປປ ລາວ.
2) ຫ້າມ​ຂາຍ ຫລື ນຳ​ເອົາ​ອາວຸດ​ທຸກ​ປະ​ເພດ​ລວມທັງພ້າ, ມີດ, ງ້າວ, ໜ້າ​ເກັກ, ກະຖຸນ, ສະໜັບມື, ​ໂຄມ​ໄຟ​ລອຍ ​ແລະ ປະ​ເພດ​ຂອງມີ​ຄົມ​ຕ່າງໆ​ເຂົ້າ​ໄປ​ໃນ​ງານ​ໂດຍ​ເດັດຂາດ ​ເວັ້ນ​ເສຍ​ແຕ່​ເຈົ້າ​ໜ້າ​ທີ່ ທີ່​ໄດ້​ຮັບ​ອະນຸຍາດ.
3) ຫ້າມນຳ​ເອົາ​ຢາ​ເສບ​ຕິດ, ທາດ​ເບື່ອ, ສານ​ເຄມີ ທີ່​ອອກ​ລິດ​ປະສາດ​ທຸກ​ຊະນິດ, ສິ່ງ​ເກີດ​ສຽງ​ດັງ​ເກີນ​ຂອບ​ເຂດ, ບັ້ງ​ກະ​ໂພ​ກ​ເຂົ້າ​ມາ​ຈູດ ຫລື ຂາຍ​ພາຍ​ໃນ​ງານ​ເດັດຂາດ.
4) ຫ້າມ​ນຳ​ເອົາ​ຜະລິດ​ຕະພັນ​ທີ່​ລອກ​ຮຽນ​ແບບ​ຜ້າ​ສິ້ນ​ລາວ ຫລື ເຄື່ອງນຸ່ງ​ລາວ ນຳ​ມາ​ຂາຍ-ຈຳໜ່າຍ​ພາຍ​ໃນ​ງານ​ຢ່າງ​ເດັດຂາດ (​ໂດຍ​ສະ​ເພາະ​ສິ້ນ​ຈີນ).
5) ຫ້າມ​ວາງ ​ແລະ ຂາຍ​ເຄື່ອງ​ເກີນ​ຂອບ​ເຂດ ທີ່​ທາງ​ຄະນະ​ກຳມະການ​ຈັດ​ງານ​ໄດ້​ກຳນົດ​ໃຫ້.
6) ຫ້າມ​ຂາຍ ​ແລະ ນຳ​ເອົາ​ຜະລິດ​ຕະພັນ​ວັດທະນະທຳ​ລາມົກເຊັ່ນ: ກະ​ແຊັກ, ​ແຜ່ນ​ຊີ​ດີ​ລາມົກ ​ແລະ ຮູບ​ພາບ​ລາມົກ​ຕ່າງໆ​ເຂົ້າ​ມາ​ຂາຍ​ໃນ​ງານ​ຢ່າງ​ເດັດຂາດ.
7) ຫ້າມ​ຫລີ້ນ​ການ​ພະນັນ​ທຸກ​ປະ​ເພດ ​ແລະ ອາ​ລະວາ​ດຕີ​ກັນ​ຢ່າງ​ເດັດຂາດ.
8) ຫ້າມ​ຂາຍ​ເຄື່ອງ​ຊະຊາຍ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ ຈາກ​ຄະນະ​ກຳມະການ​ຈັດ​ງານ​ຕະຫລາດນັດ, ງານ​ບຸນ​ອອກ​ພັນ​ສາ ​ແລະ ບຸນຊ່ວງ​ເຮືອ 2017 ທີ່​ທ່າ​ວັດ​ຈັນ.
9) ຫ້າມ​ດື່ມ​ສິ່ງ​ຂອງ​ມືນ​ເມົາ​ເກີນ​ຂອບ​ເຂດ ຖ້າ​ຜູ້​ໃດ​ລະ​ເມີດ ຈະ​ຖືກ​ເຈົ້າ​ໜ້າ​ທີ່​ກ່າວ​​ເຕືອນ ຫລື ນຳ​ຕົວໄປ​ພັກຜ່ອນ​ໄວ້​ກ່ອນ.
10) ຫ້າມ​ບຸກຄົນ, ນິຕິບຸກຄົນ, ສຳນັກງານ​ອົງການ ປົກຄອງ​ບ້ານກີດຂວາງ​ການຈັດ​ສະຖານ​ທີ່​ວາງສະ​ແດງ​ສິນຄ້າຂອງ​ຄະນະ​ກຳມະການ​ຈັດ​ງານ​ຕະຫລາດນັດ.
11) ​ຫ້າມ​ຕອກ​ເຫລັກ ຫລື ສິ່ງ​ຂອງ​ຕ່າງໆ ​ໃສ່​ພື້ນ​ທີ່​ຢ່າງ​ເດັດຂາດ. ຖ້າ​ບຸກຄົນ​ໃດ, ອົງ​ກອນ​ໃດ ຫາກຝ່າຝືນ​ກົດ​ລະບຽບ ​ແລະ ຂໍ້​ກຳ​ນົດຕ່າງໆ ທີ່​ໄດ້​ວາງ​ອອກ​ນີ້ ຈະ​ຖືກ​ກ່າວ​ເຕືອນ​ສຶກສາ​ອົບຮົມ, ປັບ​ໄໝ ​ແລະ ປະຕິບັດ​ວິ​​ໄນຕາມ​ສະຖານ​ໜັກ ຫລື ​ເບົາ ຂອງ​ຄວາມ​ຜິດ ​ແລະ ຕາມ​ລະບຽບ​ກົດໝາຍ​ຂອງ​ລັດ.

ນອກຈາກ​ນີ້, ​​ຜູ້​ຮັບ-ຝາກ​ລົດ ຕ້ອງ​​ໄດ້​ຕິ​ດລາຄາຄ່າ​ຝາກ​ລົດຢູ່​ຕໍ່ໜ້າ​ບ່ອນ​ຝາກ​ລົດຄື ລົດ​ໃຫຍ່ບໍ່​ເກີນ 15.000 ກີບ ​ແລະ ລົດຈັກ ບໍ່​ເກີນ 5.000 ກີບ. ຖ້າ​ບ່ອນ​ຝາກ​ຂອງ​ບຸກຄົນ​ໃດ​ຫາກ​ບໍ່​ຂຽນ ຫລື​ ຂຶ້ນຄ່າ​ຝາກ​ລົດຕາມ​ອຳ​ເພີ​ໃຈ​ໃຫ້​ແຈ້ງ​ຄະນະ​ກຳມະການຢູ່​ຜາມ​ໄຊ ຫລື ໂທ 020 2221 5552​.

ທ່ານ ນາງ ບົວ​ລອນ ວົງ​ດາລາ​ແສນ​ ຄະນະ​ພັກ​ນະຄອນຫລວງ​ວຽງ​ຈັນ, ​ເລຂາ​ພັກ​ເມືອງ ​ເຈົ້າ​ເມືອງຈັນທະ​ບູລີ ກ່າວເທື່ອທ້າຍອາທິດທີ່ຜ່ານມານີ້​ວ່າ: ສຳລັບ​ຂອບ​ເຂດ ​ແລະ ບໍລິ​ເວນ​ພື້ນ​ທີ່​ຈັດ​ງານດັ່ງກ່າວ, ທາງ​ເໜືອ​ແມ່ນ​ໄດ້​ກຳນົດ​ເອົາ​ຈຸດ​ປ່ອຍ​ເຮືອ ​ເຂດ​ບ້ານ​ສີ​ຖານ​ເໜືອ ​ເມືອງ​ສີ​ໂຄດ​ຕະບອງ ລົງ​ໄປ​ຫາ​ຜາມ​ໄຊ​ໜ້າ​ວັດ​ຈັນ; ສຳລັບ​ສະຖານ​ທີ່​ວາງສະ​ແດງ-ຂາຍ​ສິນຄ້າ ​ແມ່ນ​ກຳນົດ​ເອົາ​ບໍລິ​ເວນ​ຕາມ​ຖະໜົນ​ຟ້າ​ງຸ່ມ ນັບ​ແຕ່​ເຂດ​ສາມ​​ແຍກ​ປາກ​ປ່າ​ສັກ ​ໄປ​ຫາ​ໂຮງ​ແຮມ​ລ້ານ​ຊ້າງ, ສ່ວນ​ສະຖານ​ທີ່​ບໍລິການ​ຮັບ​ຝາກ​ລົດ ​ແມ່ນ​ກຳນົດ​ເອົາ​ແຕ່​ໂຮງຮຽນ​ ມສ ສີ​ໂຄດ ໄປ​ຫາ​ໂຮງໝໍ​ມະ​ໂຫສົດ ​ແລະ ຕາມ​ເສັ້ນທາງ​ຊອຍ​ຕ່າງໆ ທີ່​ທາງ​ຄະນະ​ກຳມະການ​ກຳນົດ​ໄວ້.

ດັ່ງນັ້ນ, ຈຶ່ງ​ຮຽກຮ້ອງ​ມາ​ຍັງພໍ່​ແມ່​ປະຊາຊົນບັນ​ດາ​ເຜົ່າ, ຊາວ​ຄ້າຂາຍຕະຫລອດ​ຮອດ​ພະນັກງານ ທະຫານ​ຕຳຫລວດ ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ເປັນ​ເຈົ້າ​ການ​ໃນ​ການ​ປະກອບສ່ວນ ​ແລະ ​ເຂົ້າ​ຮ່ວມ​ໃນ​ບຸນ​ຄັ້ງ​ນີ້ ດ້ວຍ​ບັນຍາ​ກາດ​ເບີກບານ​ມ່ວນ​ຊື່ນ, ມີ​ສະຕິ​ລະວັງ​ຕົວ, ​ເປັນ​ເຈົ້າ​ການ​ໃນ​ການ​ໃນ​ການ​ປ້ອງ​ກັນ​ຄວາມ​ສະ ຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຮັກສາ​ອະນາ​ໄມ​ຄວາມ​ສະອາດໃຫ້​ຈົບງາມ.

ຂ່າວຈາກ: ມະນີ​ທອນ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...