spot_img
Homeຂ່າວຕ່າງປະເທດມະຫາວິທະຍາໄລ ອອັກຟອດ ປົດຮູບແຕ້ມ "ອອງຊານຊູຈີ" ໄປເກັບໄວ້ບ່ອນອື່ນ

ມະຫາວິທະຍາໄລ ອອັກຟອດ ປົດຮູບແຕ້ມ “ອອງຊານຊູຈີ” ໄປເກັບໄວ້ບ່ອນອື່ນ

Published on

ເມື່ອວັນທີ 29 ກັນຍາ 2017 ບີບີຊີລາຍງານວ່າ ວິທະຍາໄລເຊນຮິວຈ໌ ຂອງມະຫາວິທະຍາໄລ ອອັກຟອດ ທີ່ເປັນວິທະຍາໄລທີ່ທ່ານ ນາງ ອອງຊານ ຊູຈີ ຜູ້ນຳມຽນມາເຄີຍສຶກສາ ແລະ ໄດ້ຮັບໃບປະກາດສະນີຍະບັດເມື່ອ 5 ປີກ່ອນ ໄດ້ປົດຮູບແຕ້ມຂອງທ່ານນາງ ຊູຈີ ອອກຈາກໂຮງຮຽນ ໂດຍບໍ່ໄດ້ໃຫ້ເຫດຜົນທີ່ຊັດເຈນ

ທ່ານ ເບນຈາມິນ ໂຈນສ໌ ຜູ່ຈັດການຝ່າຍສື່ສານຂອງວິທະຍາໄລ ເຜີຍວ່າຮູບທີ່ນຳມາຕິດແທນ ເປັນຮູບຂຽນຂອງທ່ານ ໂຢຊິຮິໂຣະ ທາຄາດະ ສີລະປິນຊາວຍີ່ປຸ່ນ ແລະ ໄດ້ນຳຮູບຂຽນຂອງທ່ານນາງ ຊູຈີ ໄປເກັບໄວ້ບ່ອນອື່ນແທນ

ທັງນີ້ ທ່ານ ນາງ ຊູຈີ ກຳລັງຖືກປະຊາຄົມໂລກວິພາກວິຈານຢ່າງໜັກ ກ່ຽວກັບກໍລະນີ້ການຈັດການກັບວິກິດການຊາວໂຣຮິນຢາໃນລັດຍະໄຂ່ ເຮັດໃຫ້ຕ້ອງມີຊາວໂຣຮິນຈາຈຳນວນຫຼາຍຕ້ອງອົບພະຍົບຈາກປະເທດ ເຖິງຢ່າງໃດກໍ່ຕາມບໍ່ມີລາຍງານວ່າການປົດຮູບພາບຂອງທ່ານ ນງ ຊູຈີ ອອກກ່ຽວຂ້ອງກັບກໍລະນີດັ່ງກ່າວ ຫຼື ບໍ່

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...