Homeຂ່າວຕ່າງປະເທດຣັດເຊຍໄດ້ທຳລາຍອາວຸດເຄມີຊຸດສຸດທ້າຍທີ່ເຫຼືອຢູ່ຄັງອາວຸດ

ຣັດເຊຍໄດ້ທຳລາຍອາວຸດເຄມີຊຸດສຸດທ້າຍທີ່ເຫຼືອຢູ່ຄັງອາວຸດ

Published on

ເອເອຟພີລາຍງານວ່າ ປະທານາທິບໍດີວາລາດິເມຍ ປູຕິນ ຂອງຣັດເຊຍອອກຖະແຫຼງການທາງໂທລະພາບຂອງຣັດເຊຍໃນມື້ນີ້ວ່າ ຣັດເຊຍໄດ້ທຳລາຍອາວຸດເຄມີຊຸດສຸດທ້າຍທີ່ເຫຼືອຢູ່ຄັງອາວຸດຄິຊເນີໃນສາທາລະນະລັດອຸດມູຣເຊຍ ທາງພາກໃຕ້ຂອງປະເທດສຳເລັດເມື່ອວານນີ້ ຜູ້ນຳຣັດເຊຍໄດ້ກ່າວຊື່ນຊົມການກຳຈັດອາວຸດເຄມີຂອງຣັດເຊຍວ່າເປັນເຫດການສຳຄັນທາງປະຫວັດສາດອີກຄັ້ງໜຶ່ງຂອງໂລກໃນແງ່ການຊ່ວຍໃຫ້ໂລກສະໄໝໃໝ່ມີຄວາມປອດໄພຫຼາຍຂຶ້ນ ແລະ ຕຳນິລັດຖະບານສະຫະລັດທີ່ບໍ່ເຮັດຕາມຣັດເຊຍໃນເລື່ອງນີ້ ແລະ ກ່າວຫາວ່າລັດຖະບານສະຫະລັດເລື່ອນແຜນການກຳຈັດອາວຸດເຄມີມາແລ້ວ 3 ເທື່ອ

ໃຮປັດຈຸບັນ 96 ເປີເຊັນ ຂອງຄັງອາວຸດເຄມີທົ່ວໄປຖືກທຳລາຍໄປໝົດແລ້ວ ອາວຸດເຄມີຍັງເຫຼືອຢູ່ສ່ວນໃຫຍ່ເປັນຂອງສອງປະເທດມະຫາອຳນາດຂອງໂລກຄື ຣັດເຊຍ ແລະ ສະຫະລັດທີ່ສະສົມອາວຸດໄວ້ຈຳນວນຫຼາຍລະຫວ່າງສົງຄາມເຢັນ ກ່ອນໜ້ານີ້ສອງປະເທດໄດ້ຕົກລົງກັນທຳລາຍອາວຸດເຄມີໃຫ້ໝົດໄປພາຍໃນເດືອນເມສາ 2012 ແຕ່ກໍ່ເລື່ອນເວລາມາເລື່ອຍໆ ຕໍ່ມາສະຫະລັດອາເມລິກາລະບຸວ່າຈະກຳຈັດອາວຸດເຄມີໃຫ້ໝົດໄປພາຍໃນປີ 2023

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...