Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ແຂວງໄຊຍະບູລີຈັບ 2 ຄົນຄ້າຢາບ້າຂ້າມແຂວງພ້ອມຂອງກາງ 960.000 ເມັດ

ເຈົ້າໜ້າທີ່ແຂວງໄຊຍະບູລີຈັບ 2 ຄົນຄ້າຢາບ້າຂ້າມແຂວງພ້ອມຂອງກາງ 960.000 ເມັດ

Published on

ໃນວັນທີ 23 ກັນຍາ 2017 ນີ້, ເຈົ້າໜ້າທີ່ ປກສ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ນໍາກໍາລັງວິຊາສະເພາະລົງສະກັດຈັບເປົ້າໝາຍຄ້າ-ຂາຍຢາເສບຕິດລາຍໃຫຍ່ ຢູ່ເຂດບ້ານໂພນທອງ ເມືອງປາກທາ ສາມາດກັກຕົວເປົ້າໝາຍໄດ້ 2 ຄົນ ພ້ອມຂອງກາງຢາເສບຕິດ ( ປະເພດຢາບ້າ ) ຈໍານວນ 6 ເປົາ ລວມມີ 480 ມັດ ເທົ່າກັບ 960.000 ເມັດ ຊຸກເຊື່ອງໄວ້ເບາະນັ່ງດ້ານຫຼັງຂອງລົດໂຕໂຢຕ້າວີໂກ້ສີຂາວ ມາສືບສວນ-ສອບສວນ.

ເຈົ້າໜ້າທີ່ ປກສ ເມືອງປາກທາ ໃຫ້ຮູ້ວ່າ: ໄດ້ສືບຮູ້ວ່າຈະມີການຂົນສົ່ງຢາເສບຕິດຂ້າມແຂວງ ຈາກເມືອງຄອບ ແຂວງໄຊຍະບູລີ ໄປເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ກອງບັນຊາການ ປກສ ເມືອງ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ໜ່ວຍສະເພາະກິດລົງກວດກາ-ຕິດຕາມເປົ້າໝາຍ ແລະ ພົບເຫັນລົດວີໂກ້ສີຂາວ ປ້າຍທະບຽນ ມດ 9992 ກໍາແພງນະຄອນ ຂັບຂີ່ໂດຍ ທ້າວ ເຢະປໍວ່າ ອາຍຸ 42 ປີ ແລະ ນາງ ໄມວາງວື ອາຍຸ 20 ປີ ທັງສອງເປັນຜົວເມຍກັນຢູ່ບ້ານຈອມຈຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຜ່ານການກວດຄົ້ນພົບເຫັນຢາບ້າ ຈໍານວນ 6 ເປົາ ລວມມີ 480 ມັດ ເທົ່າກັບ 960.000 ເມັດ ຊຸກເຊື່ອງໄວ້ເບາະນັ່ງດ້ານຫຼັງ ຈຶ່ງໄດ້ກັກຕົວພວກກ່ຽວມາທຳການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ ພວກກ່ຽວໄດ້ຮັບສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວແມ່ນຢູ່ໃນການຄອບຄອງຂອງຕົນແທ້ ເຊິ່ງໄດ້ມີບຸກຄົນບໍ່ຮູ້ຊື່ມາຕິດຕໍ່ໃຫ້ຂົນຢາບ້າຈາກເມືອງຄອບ ແຂວງໄຊຍະບູລີ ໄປສົ່ງຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພາຍຫຼັງຕົກລົງກັນແລ້ວຈຶ່ງໄດ້ເດີນທາງອອກຈາກບ້ານໄປຈຸດນັດໝາຍ. ພໍໄປເຖິງສະຖານທີ່ ກໍມີຄົນຂົນຢາບ້າຈໍານວນດັ່ງກ່າວມາໃສ່ລົດ; ຈາກນັ້ນ, ໄດ້ຂັບລົດພ້ອມຢາບ້າມຸ່ງໜ້າເຂົ້າມາເມືອງປາກທາ ເຂົ້າສູ່ເມືອງຫ້ວຍຊາຍ ພໍມາຮອດສົ້ນຂົວບ້ານໂພນທອງ ເມືອງປາກທາ ກໍຖືກເຈົ້າໜ້າທີ່ກັກຕົວໄດ້ກ່ອນ.

 

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...