Homeຂ່າວຕ່າງປະເທດຫ້າມຊາວຕ່າງຊາດເຂົ້າທ່ຽວທິເບດຊົ່ວຄາວ

ຫ້າມຊາວຕ່າງຊາດເຂົ້າທ່ຽວທິເບດຊົ່ວຄາວ

Published on

ສຳນັກຂ່າວເອພີລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 26 ກັນຍາ 2017ວ່າ ເຈົ້າໜ້າທີ່ຍິງຊອງບໍລິສັດການທ່ອງທ່ຽວ ທິເບດ ອິນເຕີເນຊັ່ນແນລ ທຣາເວີ ເຊີວິສ ຂອງລັດຖະບານຈີນໃນເມືອງ ລາຊາ ເມືອງເອກເຂດປົກຄອງຕົນເອງທິເບດ ເຜີຍວ່າ ຊາວຕ່າງຊາດຈະບໍ່ໄດ້ຮັບອະນຸຍາດເດີນທາງເຂົ້າມາທ່ຽວໃນຕິເບດ ຈົນກວ່າຈະຮອດວັນທີ 29 ຕຸລາ 2017 ທັງນີ້ການປະຊຸມໃຫຍ່ພັກຄອມມິວນິດຈີນ ເຊິ່ງມີຂຶ້ນທຸກໆ 5 ປີ ກຳນົດຈະເລີ່ມການປະຊຸມຕັ້ງແຕ່ວັນທີ 18 ຕຸລາ ແລະ ຈະປະຊຸມເປນເວລາ 10 ວັນ

ລັດຖະບານຈີນຈະອອກມາດຕະຫານດ້ານຄວາມໝັ້ນຄົງເຂັ້ມງວດ ໃນລະຫວ່າງການປະຊຸມທາງການເມືອງທີ່ສຳຄັນ ແລະ ເຂດປົກຄອງຕົນເອງທິເບດມັກຖືກປິດບໍ່ໃຫ້ນັກທ່ອງທ່ຽວເຂົ້າ ໃນລະຫວ່າງວັນສຳຄັນຕ່າງໆ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...