spot_img
Homeນານາສາລະ10 ນິໃສທີ່ຄວນຖິ້ມຖ້າຢາກໃຫ້ຊີວິດມີແຕ່ຄວາມສຸກ

10 ນິໃສທີ່ຄວນຖິ້ມຖ້າຢາກໃຫ້ຊີວິດມີແຕ່ຄວາມສຸກ

Published on

ຄວາມສຸກໃນຊີວິດບໍ່ໄດ້ຫາຍາກເກີນໄປ ບໍ່ແມ່ນວ່າຕ້ອງມີເງິນຫຼາຍ ມີລົດໃຫຍ່ຂີ່ ມີເຮືອນຫຼັງງາມໆ ມີຄວາມຮັກທີ່ຫວານຊື່ນ ມີລູກແສນດີ ມີຫຼານແສນໜ້າຮັກ ແລ້ວທ່ານຈະມີຄວາມສຸກສະເໝີໄປ ເພາະນັ້ນມັນເປັນພຽງອົງປະ ກອບພາບນອກຂອງຊີວິດ ແຕ່ຄວາມສະຫງົບສຸກທີ່ສ້າງຄວາມສຸກໃຫ້ກັບຕົວເອງແທ້ໆນັ້ນມັນເກີດຂຶ້ນຈາກແນວຄິດຈິດໃຈຂອງເຮົາເອງຕາງຫາກ ໃນຄໍລຳ ສາລະໜ້າຮູ້ມື້ນີ້ ແອັດມິນມີວິທີການສ້າງຄວາມສຸກທາງໃຈໃຫ້ກັບຕົວເອງມາຝາກ ເຊິ່ງຈະມີຫຍັງແນ່ນັ້ນເຮົາມາອ່ານໄປພ້ອມກັນເລີຍ
1. ຢ່າເບິ່ງໂລກໃນແງ່ຮ້າຍຫຼາຍຈົນເກີນໄປ
2. ຢ່າຈິງຈັງ ແລະ ຢຶດຕິດກັບບາງສິ່ງບາງຢ່າງຫຼາຍເກີນໄປ
3. ຢ່າຄິດອິດສາຄົນອື່ນຫຼາຍເກີນໄປ
4. ຢ່າມັກຈັບຜິດຫຼາຍຈົນເກີນໄປ
5. ຢ່າມົວແຕ່ປຽບທຽບຕົນເອງກັບຄົນອື່ນຫຼາຍເກີນໄປ
6. ຢ່າເປັນຄົນທັກນິນທາຄົນອື່ນ
7. ຢ່າຄິດວ່າທຸກຢ່າງມັນຍາກຫຼາຍເກີນໄປ
8. ບາງເລື່ອງກໍ່ຢ່າຖືເບົາຫຼາຍເກີນໄປ
9. ຢ່າມົວແຕ່ດູຖູກຕົວເອງ
10. ຢ່າມົວແຕ່ໄປແລ່ນຫາໃນສິ່ງທີ່ມັນບໍ່ແມ່ນຂອງເຮົາ ແລະ ບໍ່ສາມາດເປັນຂອງເຮົາໄດ້
11. ຢ່າເປັນຄົນມັກຄິດນ້ອຍຄິດໃຫຍ່ຫຼາຍ
12. ຢ່າຫວັງຢາກໄດ້ຂອງຄົນອື່ນຫຼາຍຈົນເກີນໄປ
ຮັກ ໂລບ ໂກດ ຫຼົງ ຄືຄວາມທຸກ ຄືມານໃນຫົວໃຈ ຫາກໃຜສາມາດປົງກັບສິ່ງພວກນີ້ໄດ້ ເຖິງຈະຢູ່ເຮືອນນ້ອຍຄອງໂສດບໍ່ມີລົດໃຫຍ່ຂີ່ ມີກິນມີໃຊ້ທຳມະດາຊີວິດກໍ່ມີຄວາມສຸກໄດ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...