spot_img
Homeຂ່າວການສຶກສາລັດຖະບານຣັດເຊຍ ສືບຕໍ່ໃຫ້ທຶນການສຶກສາແກ່ລາວ

ລັດຖະບານຣັດເຊຍ ສືບຕໍ່ໃຫ້ທຶນການສຶກສາແກ່ລາວ

Published on

ສະຖານທູດ​ຣັດ​ເຊຍ​ຮ່ວມ​ກັບສູນ​ວິທະຍາສາດ ແລະ ວັດ​ທະນະ​ທຳ​ຣັດ​ເຊຍ​ປະຈຳ​ລາວ ຈັດງານ​ລ້ຽງ​ສົ່ງ​ນັກ​ສຶກ​ສາ​ລາວ ເພື່ອ​ໄປ​ຮຽນ​ຕໍ່​ທີ່​ປະເທດ​ຣັດ​ເຊຍ ໃນ​ວັນ​ທີ 21 ກັນຍາ 2017 ທີ່​ສະຖານ​ທູດ​ຣັດ​ເຊຍ ປະຈຳ​ລາວ ມີທ່ານ ບົວ​ລານ ສີ​ລິ​ປັນຍາ ຮອງລັດຖະມົນຕີ ກະຊວງ​ສຶກ​ສາ​ທິການ ແລະ ກີລາ ທ່ານ ມີ​ກາ​ອິນ ບາ​ຣາ​ນັອບ ເອກ​ອັກ​ຄະ​ລັດ​ຖະທູດ​ຣັດ​ເຊຍ ປະຈຳ​ລາວ ທ່ານຮອງ​ປະທານ​ສະມາຄົມ​ມິດ​ຕະພາບ ລາວ-ຣັດ​ເຊຍ ທ່ານ​ອຳນວຍ​ການ​ສູນ​ວິທະຍາສາດ ແລະ ວັດທະນະທຳ​ຣັດ​ເຊຍ ປະຈຳ​ລາວ ຜູ້​ປົກຄອງ​ນັກ​ສຶກ​ສາ ແລະ ແຂກຖືກ​ເຊີນ​ເຂົ້າ​ຮ່ວມ.

ນັບ​ແຕ່​ປີ 2014 ເປັນຕົ້ນ​ມາ ລັດຖະບານ​ຣັດ​ເຊຍ ​ໄດ້​ໃຫ້ການສະໜັບສະໜູນ​ດ້ານ​ການ​ພັດ​ທະນາ​ຊັບພະຍາກອນ​ມະນຸດ​ແກ່ລາວ ສະເພາະ​ປີ 2017 ໄດ້​ໃຫ້ທຶນ​ນັກ​ສຶກ​ສາ​ໄປ​ຮຽນ​ຕໍ່​ຈຳນວນ 81 ຄົນ ຍິງ 35 ຄົນ ໃນ​ນີ້ ມີ​ລະດັບ​ປະ ລິນຍາ​ເອກ 3 ຄົນ ຍິງ 1 ຄົນ ໃນ​ສາຂາ​ພົວພັນ​ຕ່າງປະເທດ ແລະ ໄຟຟ້າ ລະດັບ​ປະລິນຍາ​ໂທ 20 ຄົນ ແລະ ເຫຼືອ​ນັ້ນ​ແມ່ນ​ສຶກສາ​ຕໍ່​ໃນ​ລະດັບ​ປະລິນຍາ​ຕີ ສຳລັບ​ສາ​ຊາວິຊາ​ຮຽນ​ຫຼັກ ແມ່ນ​ຄະນະ​ພົວພັນຕ່າງປະເທດ ບໍລິຫານ​ທຸລະ​ກິດ ການເມືອງ​ການ​ປົກຄອງ ສະ​ຖາປາ​ນິດ ການ​ແພດ ແລະ ວິຊາການ​ດ້ານ​ເຕັກນິກ​ຕ່າງໆ ແລະ ໃນ​ປີ​ຕໍ່​ໄປ​ລັດຖະບານ​ຣັດ​ເຊຍ ຈະເພີ່ມ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ລາວຂຶ້ນ​ເປັນ 90 ທຶນ​ຕໍ່​ປີ.

ສຳລັບ​ວິຊາ​ຮຽນ​ທີ່​ກຳລັງ​ໄດ້ຮັບ​ຄວາມ​ນິຍົມ ​ທີ່​ນັກ​ສຶກ​ສາ​ໃຫ້ຄວາມ​ສົນໃຈ​ໄປ​ຮຽນ​ຕໍ່​ທີ່​ຣັດ​ເຊຍ ແມ່ນ​ສາ​ຊາ​ວິຊາ​ບໍລິ ຫານ​ທຸລະກິດ ຮອງ​ລົງ​ມາ​ແມ່ນ​ສາຂາ​ວິຊາ​ພົວພັນ​ຕ່າງປະເທດ ແລະ ບັນດາ​ວິຊາ​ການ​ທາງ​ດ້ານ​ເຕັກນິກຕ່າງໆ ເຊິ່ງ​ນັກ​ສຶກ​ສາ​ເຫຼົ່າ​ນີ້ ນອກຈາກ ຈະ​ໄດ້​ຮຽນ​ເອົາ​ຄວາມຮູ້​ທາງ​ດ້ານ​ເຕັກນິກ​ວິຊາ​ການແລ້ວ ຍັງ​ຈະ​ໄດ້​ຮຽນ​ຮູ້​ວັດທະ ນະທຳ-ສັງຄົມ ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ ​ສາຍພົວພັນ​ມິດຕະພາບ​ທີ່​ມີ​ມູນເຊື້ອມາ​ແຕ່​ດົນ​ນານ​ຂອງ​ສອງ​ປະເທດ ກໍ່​ຄືປະຊາຊົນ​ສອງ​ຊາດ ລາວ-ຣັດ​ເຊຍ ໃຫ້​ໝັ້ນຄົງ​ທະ​ນົງແກ່ນ ແລະ ຮ່ວມ​ກັນ​ພັດທະນາເສດຖະກິດ-ສັງຄົມ ໃຫ້​ຈະເລີນວັດທະນາ​ຖາວອນ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...