Home​ຂ່າວທ່ອງທ່ຽວເປີດປີທ່ອງທ່ຽວລາວ 2018 ຈະຈັດຂຶ້ນພ້ອມ ບຸນນະມັດສະການ ພະທາດຫລວງ

ເປີດປີທ່ອງທ່ຽວລາວ 2018 ຈະຈັດຂຶ້ນພ້ອມ ບຸນນະມັດສະການ ພະທາດຫລວງ

Published on

ພິທີ​ເປີດ​ປີ​ທ່ອງ​ທ່ຽວ​ລາວ 2018 ​ແມ່ນ​ຈະ​ໄດ້​ຈັດ​ຂຶ້ນ ​ພ້ອມ​ກັບ​ພິທີ​ເປີດ​ ບຸນ​ນະມັດສະການ​ພະທາດ​ຫລວງ ​ໃນ​ເດືອນ​ຕຸລາ 2017, ​ເຊິ່ງຈະ​ໄດ້​ເຊີນ​ບັນດາ ​ລັດຖະມົນຕີ​ບາງ​ປະ​ເທດ ​ເຊັ່ນ: ກຳປູ​ເຈຍ, ຫວຽດນາມ, ​ໄທ, ມຽນມາ ​ແລະ ບັນດາ​ເຈົ້າ​ແຂວງ ຫລື ຮອງ​ເຈົ້າ​ແຂວງ​, ຜູ້​ຊີ້​ນຳ​ວຽກ​ງານ ​ການທ່ອງ​ທ່ຽວ​ ພ້ອມ​ດ້ວຍ​ເອກອັກຄະ​ລັດຖະທູ​ດ ປະຈຳ ສປປ ລາວ ​ເຂົ້າ​ຮ່ວມ. ສໍາລັບ​ກິດຈະກຳ ​ປີທ່ອງ​ທ່ຽວ​ລາວ 2018 ລວມທັງ​ໝົດ​ ມີ 31 ກິດຈະກໍາ, ​ໂດຍ​ແນ່​ໃສ່​ບັນດາກິດຈະ​ກໍາ ​ໃນ​ການ​ສົ່ງ​ເສີ່​ມ ບຸນ​ປະ​ເພນີ​ຕ່າງໆ ​ແລະ ໂຄສະນາ​ເຜີຍ​ແຜ່​ ວັດທະນະທຳ​ອັນ​ດີ​ງານ, ປະຫວັດສາດ​ອັນ​ເປັນ​ ມູນ​ເຊື້ອ​ຂອງ​ລາວ ​ແລະ ຄວາມ​ອຸດົມສົມ​ບູນຮັ່ງມີ​ ທາງ​ດ້ານ​ທຳ​ມະ​ຊາດ​ ທີ່​ສວຍ​ງາມ​ຂອງປະ​ເທດ​ລາວ. ນອກ​ຈາ​ກນີ້, ​ຍັງ​ມີ​ກິດຈະກຳ​ຕ່າງໆ​ເຊັ່ນ: ການ​ສຳ​ມະ​ນາ​ການທ່ອງທ່ຽວ, ການ​ຍ່າງ​ເພື່ອ​ສຸຂະພາບ, ການ​ປະ​ກວດ ​ແລະ ວາງສະ​ແດງ​ຮູບ​ພາບ​ແຫ​ລ່ງທ່ອງ​ທ່ຽວ, ການ​ແຂ່ງຂັນ ​ແລະ ມອບ​ລາງວັນ ຄຣິບວີ​ດີ​ໂອ, ຮູບ​ເງົາ​ສັ້ນ, ສາລະ​ຄະດີ ​ແລະ ກິດຈະກຳ​ອື່ນໆ.

ອີງຕາມ​ບົດ​ລາຍ​ງານ​ ກ່ຽວ​ກັບ​ການ​ກະກຽມ ​ປີ​ທ່ອງ​ທ່ຽວ 2018 ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ​ ​ໃຫ້​ຮູ້​ວ່າ: ສຳລັບ​ກິດຈະກຳ​ພາຍ​ໃນ ​ປະ​ເທດ​ປະກອບ​ມີ ການ​ສົ່ງ​ເສີມ​ບຸນ​ປະ​ເພນີ​ຕ່າງ​ໆ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເປັນ​ຕົ້ນ​ ງານ​ບຸນ​​ເສົາ​ຫລັກ​ເມືອງ 10 ຊົນ​ເຜົ່າ ​ແຂ​ວງ​ເຊ​ກອງ, ບຸນ​ພະ​ບາດ​ໂພນ​ສັນ ​ແຂວງ​ບໍລິ​ຄຳ​ໄຊ, ງານ​ດອກ​ງິ້ວບານ ​ແຂວງ​ບໍ່​ແກ້ວ, ບຸນ​ຊົນ​ເຜົ່າ​ອາຄາ ​ແຂວງ​ຫລວງ​ນໍ້າ​ທາ, ບຸນ​ຊ້າງ ​ແຂວງ​ໄຊ​ຍະ​ບູລີ, ບຸນ​ວັດ​ພູ ​ແຂວງ​ຈຳປາ​ສັກ, ບຸນ​ພະທາດ​ສີ​ໂຄດ ​ແຂວງ​ຄຳ​ມ່ວນ, ງານ​ບຸນ​ຊ່ວງ​ເຮືອ ​ແຂວງ​ສາລະ​ວັນ, ບຸນປີ​ໃໝ່​ລາວ ​ແຂວງ​ຫລວງ​ພະ​ບາງ, ງານ​ສະ​ເຫລີ​ມສະຫລອງ​ ແກ້ວ​ຫລັກ​ເມືອງ ​ແລະ ທ່ຽວ​ຊົມ​ຖໍ້າ​ທ່ານ​ຜູ້ນຳ ​ແຂວງ​ຫົວພັນ, ບຸນຊ່ວງ​ເຮືອ ນະຄອນຫລວງ​ວຽງ​ຈັນ, ບຸນ​ພະ​ທາດ​ອີງຮັງ ​ແຂວງ​ສະຫວັນ​ນະ​ເຂດ, ບຸນ​ກິນ​ຈຽງ ​ແຂວງຊຽງ​ຂວາງ, ບຸນ​ກິນ​ຈຽງ (ຫລັກ 52) ​ແຂວງ​ວຽງ​ຈັນ, ບຸນ​ກິນ​ຈຽງ ​ແຂວງ​ໄຊ​ສົມບູນ, ງານ​ນະມັດສະການ​ ພະ​ເຈົ້າ​ໄຊ​ເສດ​ຖາ ​ແຂວງ​ອັດຕະປີ, ບຸນປີ​ໃໝ່​ຊົນ​ເຜົ່າ​ກຶມ​ມຸ ​ແຂວງ​ອຸດົມ​ໄຊ ​ແລະ ບຸນ​ຊ່ວງ​ເຮືອ​ເມືອງ​ຂວາ ​ແຂວງ​ຜົ້ງ​ສາລີ. ພ້ອມ​ນີ້, ຍັງ​ມີ​ການ​ຈັດ​ຂະ​ບວນ ຄາ​ລາ​ວານ​ລົດ​ທ່ອງ​ທ່ຽວ ຕາມ​ເສັ້ນທາງ​ແຫລ່ງທ່ອງ​ທ່ຽວ​ ຂອງ​ບາງ​ແຂວງ ທາງ​ພາກ​ເໜືອ ​ແລະ ພາກ​ໃຕ້; ຈັດ​ລາຍ​ການ​ຢ້ຽມຢາມ​ ແຫ​ລ່ງທ່ອງ​ທ່ຽວສຳລັບ ​ສື່​ມວນ​ຊົນ ​ແລະ ບໍລິສັດ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ໂຄສະນາ ​ຜະລິດ​ຕະພັນ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ ​ອັນ​ໂດດ​ເດັ່ນ ຂອງສປປ ລາວ, ​ໂດ​ຍສະ​ເພາະ​ແມ່ນ ​ແຫ​ລ່ງທ່ອງ​ທ່ຽວ ​ທາງ​ປະຫວັດສາດ, ວັດທະນະທຳ ​ແລະ ທຳ​ມະ​ຊາດ.

ພ້ອມ​ນີ້, ຍັງ​ມີ​ກິດຈະກຳ​​ສົ່ງ​ເສີມ ​ແລະ ​ໂຄສະນາ​ປີ​ທ່ອງ​ທ່ຽວ​ລາວ ຢູ່​ຕ່າງປະ​ເທດ ​ເຊັ່ນ: ການ​ເຂົ້າ​ຮ່ວມ​ງານ ​ວາງສະ​ແດງ​ການທ່ອງທ່ຽວ​ ທີ່​ໄດ້​ເຂົ້າ​ຮ່ວມ​ເປັນ​ປົກກະຕິ​ ໃນ​ແຕ່ລະ​ປີ, ການຈັດ​ງານ​ວັນ​ລາວ ​ໃນ​​ໄລຍະ​ກອງ​ປະຊຸມ​ ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ, ​ເຊິ່ງຈະ​ໄດ້​ຈັດ​ຂຶ້ນ​ ໃນ​ເດືອນ​ມັງກອນ ປີ 2018 ທີ່​ຊຽງ​ໃໝ່ປະ​ເທດ​ໄທ, ການຈັດງານ​ລ້ຽງ​ຄ໋ອກ​ເທ​ລ ​ເພື່ອ​ໂຄສະນາ​ປີ​ທ່ອງ​ທ່ຽວ​ລາວ ທີ່​ງານ​ວາງສະ​ແດງ ITB Berlin ປະ​ເທດ​ເຢຍລະ​ມັນ​ ​​ໃນ​ເດືອນ​ມີ​ນາ 2018, ຈັດ​ງານ​ວັນ​ລາວທີ່​ໂຕ​ກຽວ ປະ​ເທດ​ຍີ່ປຸ່ນ​ໃນ​ລະຫວ່າງ​ ເດືອນ​ມິ​ຖຸນາ 2018 ​ແລະ ຈັດ​ງານ​ວັນ​ລາວ ​ໃນ​ງານ​ວາງ​ສະ​ແດງ​ທ່ອງ​ທ່ຽວ ITE ຢູ່​ ​ໂຮ່ຈິມິງ ປະ​ເທດ​ຫວຽດນາມ ​ໃນ​ລະ​ຫວ່າ​ງ​ເດືອນ​ກັນຍາ 2018.

 

ຂ່າວໂດຍ: ສົມ​ຫວັງ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...