spot_img
Homeຂ່າວພາຍ​ໃນວົງການມວຍລາວຈະໄດ້ຮັບການພັດທະນາສູ່ສາກົນ

ວົງການມວຍລາວຈະໄດ້ຮັບການພັດທະນາສູ່ສາກົນ

Published on

ພິ­ທີ​ເຊັນ​ສັນ­ຍາ​ການ​ຮ່ວມ​ມື​ເພື່ອ​ພັດ­ທະ­ນາ​ວົງ​ການ​ກີ­ລາ​ມວຍ​ລາວ ຈັດ​ຂຶ້ນ​ວັນ​ທີ 19 ກັນ­ຍາ 2017 ທີ່​ສະ­ຫະ­ພັນ​ກີ­ລາ​ມວຍ​ລາວ​ແຫ່ງ​ຊາດ ລະ­ຫວ່າງ​ທ່ານ ນິ­ລະ​ຖາ ສອນ​ທອງ­ຄຳ ປະ­ທານ​ສະ­ໂມ­ສອນ​ສອນ​ທອງ­ຄຳ ແລະ ທ່ານ Thierry Dzabic ຄູ່​ຮ່ວມ​ທຸ­ລະ​ກິດ ທັງ​ເປັນ​ຜູ້​ຊ່ວຍ​ເລ­ຂາ­ນຸ­ການ​ສະ­ຫະ­ພັນ​ກີ­ລາ​ມວຍ​ລາວ​ແຫ່ງ​ຊາດ ມີ​ທ່ານ ສາຍ­ສະ­ໝອນ ໄຊ​ຍະ​ສອນ ປະ­ທານ​ສະ­ຫະ­ພັນ​ກີ­ລາ​ມວຍ​ລາວ​ແຫ່ງ​ຊາດ ພ້ອມ​ດ້ວຍ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເປັນ​ສັກ­ຂີ​ພິ­ຍານ.

ທ່ານ ນິ­ລະ​ຖາ ສອນ​ທອງ­ຄຳ ກ່າວ​ວ່າ: ການ​ຮ່ວມ​ມື​ຄັ້ງ​ນີ້​ຖື​ວ່າ​ເປັນ​ເລື່ອງ​ທີ່​ດີ ເນື່ອງ​ຈາ​ກວ່າ ທ່ານ Thierry Dzabic ຊາວ​ຝຣັ່ງ ທີ່​ເຄີຍ​ຫຼິ້ນ​ກີ­ລາ​ກັງ​ຟູ​ມາ​ກ່ອນ ແລະ ມີ​ຄວາມ​ຮູ້​ທາງ​ດ້ານ​ເຕັກ­ນິກ ໂດຍ​ສະ­ເພາະ​ປະ­ເພດ​ຕໍ່­ສູ້​ປ້ອງ​ກັນ​ຕົວ ເຊິ່ງ​ທ່ານ​ຈະ​ນຳ​ເອົາ​ຄວາມ​ຮູ້​ດັ່ງ­ກ່າວ​ມາ​ພັດ­ທະ­ນາ​ມວຍ​ລາວ ກໍ່​ຄື​ການ​ຍົກ​ລະ­ດັບ​ຄວາມ​ສາ­ມາດ​ໃຫ້​ແກ່​ນັກ­ກີ­ລາ​ມວຍ​ລາວ ເພື່ອ​ກະ­ກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລະ­ດັບ​ພາກ​ພື້ນ ແລະ ສາ­ກົນ ໃນ​ອະ­ນາ­ຄົດ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...