spot_img
Homeຂ່າວຕ່າງປະເທດຜູ້ນຳຟິລິບປິນໃຈເດັດ! ຫາກລູກຊາຍເຂົ້າໄປພົວພັນກັບຢາເສບຕິດແທ້ໃຫ້ຍິງຖິ້ມໂລດ

ຜູ້ນຳຟິລິບປິນໃຈເດັດ! ຫາກລູກຊາຍເຂົ້າໄປພົວພັນກັບຢາເສບຕິດແທ້ໃຫ້ຍິງຖິ້ມໂລດ

Published on

ສຳນັກຂ່າວເອຟພີລາຍງານຈາກນະຄອນຫຼວງ ມະນິລາ ປະເທດຟິລິບປິນ ເມື່ອວັນທີ 21 ກັນຍາ 2017 ວ່າ ທ່ານເປົາໂລ ດູເຕີເຕ ອາຍຸ 42 ປີ ຮອງນາຍົກເທດສະມົນຕີເມືອງດາເນົາ ທາງພາກໃຕ້ຂອງຟິລິບປິນ ແລະ ເປັນລູກຊາຍກົກຂອງປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຜູ້ນຳຟິລິບປິນ ເຂົ້າໃຫ້ປາກຄຳຕໍ່ຄະນະກຳມະການວຸດທິສະພາ ໃນນະ ຄອນຫຼວງ ມະນິລາ ໃນເດືອນນີ້ ເພື່ອປະຕິເສດຂໍ້ກ່າວຫາຈາກສະມາຊິກສະພາຄອງເກຣດສາຍໜຶ່ງ ເຊິ່ງລະບຸວ່າ ເປົາໂລ ເປັນສະມາຊິກແກ໊ງອາຊະຍາກຳຊາວຈີນ ທີ່ຊ່ວຍລັກລບນຳເຂົ້າຢາໄອຊ໌ຈຳນວນມະຫາສານຈາກປະເທດຈີນ

ທ່ານ ດູເຕີເຕ ບໍ່ໄດ້ເອີ່ຍເຖິງຂໍ້ກ່າວຫາໂດຍຕົງແຕ່ໄດ້ກ່າວຢ້ຳຄຳປະກາດຂອງເຂົາ ໃນລະຫວ່າງການລົງຫາສຽງເລືອກຕັ້ງປະທານາທິບໍດີເມື່ອປີທີ່ຜ່ານມາວ່າ ບໍ່ມີລູກຄົນໃດຂອງເຂົາກ່ຽວພັນຢາເສບຕິດ ແຕ່ຖ້າຫາເຂົ້າໄປຫຍຸ້ງກ່ຽວເຂົາຈະລົງໂທດສະຖານໜັກທີ່ສຸດ “ຂ້ອຍເຄີຍເວົ້າມາແລ້ວວ່າ ຄຳສັ່ງຂອງຂ້ອຍຄື ຖ້າຂ້ອຍມີລູກທີ່ຫຍຸ້ງກ່ຽວກັບຢາເສບຕິດ ຕຳຫຼວດສາມາດຂ້າຖິ້ມໄດ້ເລີຍ” ດູເຕີເຕໄດ້ກ່າວຕໍ່ໜ້າເຈົ້າໜ້າທີ່ລັດ ທີ່ທຳນຽບປະທານາທິບໍດີໃນນະ ຄອນຫຼວງ ມະນີລາ ເມື່ອຄືນວັນພຸດທີ່ຜ່ານມາ “ຂ້ອຍຈະສັ່ງຕຳຫຼວດຍິງປູລອງ (ຊື່ຫຼິ້ນຂອງເປົາໂລ) ແລະ ຂ້ອຍຈະປົກປ້ອງຕຳຫຼວດຄົນທີ່ຍິງບໍ່ໃຫ້ຖືກດຳເນີນຄະດີ”

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...