spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານຕັດສິນຈຳເລີຍ ຄະດີສໍ້ໂກງຊັບພົນລະເມືອງ

ສານຕັດສິນຈຳເລີຍ ຄະດີສໍ້ໂກງຊັບພົນລະເມືອງ

Published on

ຄະນະ​ສານ​ອາຍາ ສານ​ປະຊາ​ຊົນ​ຂັ້ນ​ຕົ້ນ ນະຄອນຫຼວງ​ວຽງຈັນ ໄດ້​ພິຈາລະນາ​ຄະດີນາງ ມະນີ​ສອນ ອາຍຸ 40 ປີ ຢູ່​ບ້ານແກ້ງ​ປາ​ຢ້າງ ເມືອງ​ຫາດ​ຊາຍຟອງ ນະຄອນຫຼວງ​ວຽງ​ຈັນ ໃນວັນ​ທີ 29 ສິງຫາ 2017 ສະຖານ​ສໍ້​ໂກງ​ຊັບ​ພົນລະເມືອງ ຖືກສານ​ຕັດ​ອິດສະຫຼະພາບ 2 ປີ 6 ເດືອນ ພ້ອມ​ທັງ​ຊົດ​ເຊີຍ​ໃຊ້​ໜີ້ຈຳນວນ​ທີ່​ສໍ້​ໂກງ​ໃຫ້​ແກ່​ໂຈດ​ທາງແພ່ງ.

ຄະດີ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ໄລຍະ​ຕົ້ນ​ເດືອນ​ຕຸລາ 2014 ທ້າວ ສົມ​ສະໄຫວ ຜູ້​ເສຍ​ຫາຍ​ໄດ້​ນຳເອົາ​ເງິນ ຈຳນວນ 410.000 ບາດ ໃຫ້​ນາງ ມະນີ​ສອນ ເພື່ອແລ່ນ​ເອົາ​ລູກ​ຊາຍ ທ້າວ ສຸ​ກັນຍາ ຜູ້​ຖືກ​ຫາ​ຄະດີ​ຄ້າຂາຍ​ຢາເສບ​ຕິດ ອອກ​ຈາກ​ຄ້າຍ​ຄຸມ​ຂັງ ນາງ ມະນີ​ສອນ ຮັບປາກ​ວ່າ: ຈະແລ່ນ​ໃຫ້​ພາຍ​ໃນ​ໄລຍະ 1 ເດືອນ ແຕ່​ບໍ່​ສຳເລັດ ຈາກ​ນັ້ນ ທ້າວ ສົມສະໄຫວ ໄດ້​ທວງ​ເອົາ​ເງິນ​ຄືນ ແຕ່ນາງ ມະນີ​ສອນ ບໍ່​ສົ່ງ​ໃຫ້​ຜູ້ກ່ຽວ ຈຶ່ງ​ມີ​ການ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າທີ່ ​ປກສ ກຸ່ມ I ບໍ່​ໂອ ເມືອງ​ຫາດຊາຍ​ຟອງ ມາ​ໄກ່​ເກ່ຍ ແລະ ສົ່ງໃຫ້​ເມືອງ​ດຳເນີນ​ຄະດີ.

ໃນ​ວັນ​ດຽວ​ກັນ ສານ​ໄດ້​ເລື່ອນໄຕ່​ສວນ​ຄະດີ​ລັກ​ຊັບ​ພົນລະເມືອງ (ລັກ​ລົດຈັກ) ຈຳນວນ 3 ຄົນ ຊື່ທ້າວ ເພັດ​ມະນີ ອາຍຸ 20 ປີ ຢູ່ບ້ານ​ດົງ​ນາ​ໂຊກ​ໃຕ້ ທ້າວ ສີ​ວຽງຄຳ ອາຍຸ 30 ປີຢູ່​ບ້ານ​ໂພ​ສີ ແລະ ທ້າວ ຄາ​ວຽງ ຢູ່​ບ້ານ​ໜອງສະໂນ​ຄຳ ເມືອງ​ສີ​ໂຄດ​ຕະບອງ ນະຄອນຫຼວງ​ວຽງ​ຈັນ ຍ້ອນ​ຂາດຄວາມ​ຈິງ​ບາງ​ຢ່າງ ​ຈຶ່ງ​ໂຈະ​ການໄຕ່​ສວນ​ຄະດີ​ດັ່ງກ່າວ​ໄວ້​ ເພື່ອ​ພິຈາລະ​ນາ​ໃນ​ຂັ້ນ​ຕໍ່​ໄປ ໃນ​ສຳນວນຄະດີມີ​ຢູ່​ວ່າ: ມີ​ຜູ້​ຖືກ​ຫາ​ທັງ​ໝົດ 7 ຄົນ ໄດ້​ຖືກ​ເຈົ້າ​ໜ້າທີ່​ກັກ​ຕົວໃນ​ວັນ​ທີ 4 ທັນວາ 2014 ໃນ​ຂໍ້ຫາ​ລັກ​ຊັບ​ພົນລະເມືອງ​ລົດຈັກ ປະມານ 10 ຄັນ ໃນ​ນີ້ ໄດ້​ຖືກປ່ອຍ​ຕົວ​ພາງຖືກຕ້ອງ​ຕາມ​ລະບຽບ​ແລ້ວ ຈຳນວນ 4 ຄົນ.

 

ແຫຼ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...