Homeຂ່າວພາຍ​ໃນລັດຖະບານເປີດກວ້າງ ສື່ອອນລາຍເຮັດວຽກໄດ້ເຕັມທີ່

ລັດຖະບານເປີດກວ້າງ ສື່ອອນລາຍເຮັດວຽກໄດ້ເຕັມທີ່

Published on

ມື້ວານນີ້, ວັນທີ 19 ກັນຍາ 2017 ໄດ້ມີກອງປະຊຸມສຳມະນາວິຊາການຫົວຂໍ້: “ມວນຊົນລາວໃນຍຸກດິຈິຕອນ” ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມົນຕຣີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ແລະມີແຂກທີ່ຖືກເຊີນຈາກຂະແໜງສື່ມວນຊົນລາວທົ່ວປະເທດ ແຕ່ສູນກາງຮອດທ້ອງຖິ່ນເຂົ້າຮ່ວມ.

ໜຶ່ງໃນຫຼາຍບັນຫາທີ່ຖືກຍົກຂຶ້ນມານັ້ນແມ່ນ ກ່ຽວກັບສື່ອອນລາຍ ເຊິ່ງທ່ານ ສະຫວັນຄອນ ຣາຊມົນຕຣີ ຮອງລັດຖະມົນຕີກະຊວງ ຖວທ ແລະທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ກໍໄດ້ໃຫ້ທັດສະນະໃນທິດທາງດຽວກັນວ່າ: ລັດຖະບານລາວແມ່ນເປີດກວ້າງໃຫ້ ຜູ້ທີ່ມີພອນສະຫວັນໃນການເຜີຍແພ່ ຂໍ້ມູນຂ່າວສານທາງອອນລາຍຂອງລາວ ສາມາດນຳໃຊ້ຄວາມຮູ້ຄວາມສາມາດແລະຄວາມມັກຂອງຕົນເອງ ເຂົ້າໃນການເຄື່ອນໄຫວໃຫ້ຂໍ້ມູນຂ່າວສານແກ່ສັງຄົມໄດ້ ແລະລັດຖະບານບໍ່ມີນະໂຍບາຍປິດກັ້ນສື່ປະເພດໃດ. ແຕ່ການເຄື່ອນໄຫວສື່ແມ່ນຂໍໃຫ້ໄປໃນທາງທີ່ສ້າງສັນ, ມີສິລະປະ, ໃຫ້ປະໂຫຍດແກ່ສັງຄົມ, ບໍ່ຂັດກັບລະບຽບກົດໝາຍ ແລະຮີດຄອງປະເພນີອັນດີງາມຂອງຊາດ.

ລັດຖະບານເຫັນຄວາມສຳຄັນຂອງສື່ອອນລາຍ ເພາະເປັນສື່ທີ່ໄວ ແລະມີບົດບາດສູງທີ່ສຸດໃນຍຸກປັດຈຸບັນນີ້ ຖ້າຫາກທຸກຄົນນຳໃຊ້ສື່ດັ່ງກ່າວນີ້ໄປໃນທາງທີ່ຖືກຕ້ອງ ຈະເຮັດໃຫ້ເກີດປະໂຫຍດຕໍ່ປະເທດຊາດແລະສັງຄົມໄດ້ເປັນຢ່າງດີ.

ໃນຂະນະດຽວກັນ, ກົມສື່ມວນຊົນໃນນາມຜູ້ເບິ່ງແຍງດ້ານສື່ໂດຍກົງ ກໍໄດ້ຮຽກຮ້ອງໃຫ້ສື່ທຸກສື່ ບໍ່ວ່າຈະເປັນສິ່ງພິມ ຫຼື ດິຈິຕອນ ແມ່ນໃຫ້ຂໍອະນຸຍາດເຄື່ອນໄຫວ ຢ່າງຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສື່ມວນຊົນ (ສະບັບປັບປຸງ) ເພື່ອໃຫ້ມີທີ່ຕັ້ງແລະຕົວຕົນຢ່າງຊັດເຈນ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...