Homeສຸຂະພາບ ແລະ ສີ່ງແວດລ້ອມອາການປວດຫຼັງໃນຊ່ວງມີປະຈຳເດືອນແບບໃດຜິດປົກກະຕິ

ອາການປວດຫຼັງໃນຊ່ວງມີປະຈຳເດືອນແບບໃດຜິດປົກກະຕິ

Published on

ອາການ PMS ຫຼື ອາການກ່ອນມີປະຈຳເດືອນເປັນສິ່ງທີ່ທໍລະມານ ແມ່ຍິງເກືອບທຸກຄົນລ້ວນໄດ້ພົບກັບອາການປວດດັ່ງກ່າວ ແຕ່ຈະປວດແຮງ ຫຼື ຄ່ອຍນັ້ນມັນກໍ່ຂຶ້ນກັບແຕ່ລະຄົນ ເພາະອີງໃສ່ສຸຂະພາບຮ່າງກາຍທີ່ແຕກຕ່າງກັນອອກໄປ ແຕ່ອາການປວດຫຼັງໃນຊ່ວງເວລາເປັນປະຈຳເດືອນແບບໃດທີ່ຜິດປົກກະຕິນັ້ນ ເຮົາມາສັງເກດອາການໄປພ້ອມກັນເລີຍ

– ມີອາການປວດຫຼັງລາມໄປຮອດແອວ ສະໂພກ ແລະ ລາມລົງໄປຮອດຂາ
– ປວດຫຼັງ ປວດທ້ອງ ໃນຊ່ວງມີປະຈຳເດືອນ ແລະ ເປັນການປວດແຮງໆ ແບບບໍ່ເຄີຍເປັນມາກ່ອນ
– ມີອາການປວດຫຼັງໃນຊ່ວງກຳລັງມີປະຈຳເດືອນ ຫຼື ຫຼັງປະຈຳເດືອນຮຸນແຮງຂຶ້ນໃນທຸກໆເດືອນ
– ປວດຫຼັງ ຫຼື ປວດທ້ອງຫຼາຍຈົນບໍ່ສາມາດເຮັດວຽກໄດ້ຕາມປົກກະຕິ ເຖິງແມ່ນວ່າຈະກິນຢາແກ້ປວດໃສ່ແລ້ວກໍ່ຍັງບໍ່ເຊົາປວດ
– ມີອາການປວດຕະຫຼອດໃນຊ່ວງທີມີປະຈຳເດືອນ
– ປວດຫຼັງແຮງ ແລະ ປະຈຳເດືອນມາໜ້ອຍ ຫຼື ຫຼາຍຜິດປົກກະຕິ
– ປວດຫຼັງຊ່ວງມີປະຈຳເດືອນພ້ອມກັນມີອາການຕົກຂ່າວ ມີກິ່ນເໝັນພ້ອມ
– ປວດຫຼັງໃນຊ່ວງເປັນປະຈຳເດືອນ ແລະ ມີໄຂ້ສູງພ້ອມ
– ປວດຫຼັງ ຫຼື ທ້ອງນ້ອຍຂ້າງໃດຂ້າງໜຶ່ງຫຼາຍເປັນພີເສດ
– ປວດຫຼັງຊ່ວງມີປະຈຳເດືອນ ແລະ ສັງເກດເຫັນໜ້າທ້ອງບວມເຄັ່ງຜິດຜົກກະຕິ ຮວມກັບເວລາຄຳເບິ່ງທ້ອງຄືມີກ້ອນ

ຫາກໃນຊ່ວງໄລຍະທີ່ທ່ານເປັນປະຈຳເດືອນ ແລະ ມີອາການປວດຄືທີ່ກ່າວມາຂ້າງເທິງນີ້ ຢ່າຖືເບົາໃຫ້ທ່ານຟ້າວໄປຫາແພດເພື່ອກວດເບິ່ງ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...