spot_img
Home​ຂ່າວບັນເທິງ2 ສາວມີສແກຣນລາວ 2017 ຄວ້າລາງວັນ"ຮອຍຍີ້ມທີ່ງາມທີ່ສຸດ" ແລະ "ນາງແບບທີ່ດີທີ່ສຸດ"

2 ສາວມີສແກຣນລາວ 2017 ຄວ້າລາງວັນ”ຮອຍຍີ້ມທີ່ງາມທີ່ສຸດ” ແລະ “ນາງແບບທີ່ດີທີ່ສຸດ”

Published on

ຈົບກັນໄປແລ້ວກັບການປະກວດ 13th Chinese-Asean Etiquette Pageant ທີ່ ປະເທດຈີນ ເຊິ່ງໃນປີນີ້ ສປປ ລາວ ກໍ່ໄດ້ສົ່ງຕົວແທນສອງສາວງາມຈາກເວທີ ມີສແກຣນລາວ 2017 ຢ່າງນາງ ກິດສະດາ ວົງໄຊສະຫວາດ ຮອງອັນດັບສອງ ແລະ ນາງ ແສງສະຫວັນ ສີຫາລາດ ຮອງອັນດັບສີ່ ເຂົ້າຮ່ວມການປະກວດໃນຄັ້ງນີ້ ແລະ ເຊິ່ງຮອບຕັດສິນກໍ່ໄດ້ສິ້ນສຸດລົງໃນຄ່ຳຄືນຂອງວັນທີ 13 ກັນຍາ 2017 ແລະ ສອງສາວລາວກໍ່ໄດ້ 2 ລາງວັນຈາກຄ່ຳຄືນນັ້ນມາຄອງຢ່າງ ລາງວັນ”ຮອຍຍີ້ມທີ່ງາມທີ່ສຸດ” ແລະ ລາງວັນ “ນາງແບບທີ່ດີທີ່ສຸດ”

ພິເສດໂດຍນາງ ກິດສະດາ ວົງໄຊສະຫວາດ ໄດ້ຮັບລາງວັນເຖິງ 2 ລາງວັນຄື: ນາງແບບທີ່ດີທີ່ສຸດ ( The Best Model) ແລະ ລາງວັນ “ຂວັນໃຈຊ່າງພາບ” ທີ່ມີການມອບ-ຮັບລາງວັນດັ່ງກ່າວຕັ້ງແຕ່ໄລຍະເກັບຕົວ.

ນາງ ແສງສະຫວັນ ສີຫາລາດ ໄດ້ຮັບລາງວັນ ຮອຍຍີ້ມທີ່ງາມທີ່ສຸດ ( Best Smile)

ສ່ວນອັນດັບທີ 1 ແມ່ນຕົວແທນນາງງາມຈາກປະເທດໄທໄດ້ໄປຄອງ,
ຮອງອັນດັບ 1 ແມ່ນນາງງາມຕົວແທນຈາກປະເທດຫວຽດນາມ
ຮອງອັນດັບ 2 ໄດ້ແກ່ນາງງາມປະເທດເຈົ້າພາບ (ຈີນ)

ທາງບັນເທີງລາວໂພສຂໍຊົມເຊີຍກັບຜົນງາມທີ່ໄດ້ຮັບຂອງທັງສອງທີ່ສາມາດຄວ້າມາໄດ້ ລາງວັນທີ່ໄດ້ມານັ້ນເຖິງແມ່ນວ່າຈະບໍ່ແມ່ນລາງວັນສູງສຸດຂອງເວທີການປະກວດແຕ່ກໍ່ເປັນລາງວັນທີ່ສ້າງຄວາມພາກພູມໃຈໃຫ້ຄົນລາວທັງປະເທດ ທັງຍັງເຮັດໃຫ້ແມ່ຍິງລາວມີບົດບາດທີ່ເດັ່ນຂຶ້ນໃນເວທີລະດັບໂລກ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...