spot_img
Homeຂ່າວພາຍ​ໃນທັບນັກກິລາຄົນພິການລາວ ເດີນທາງເຂົ້າຮ່ວມ ອາຊຽນພາຣາເກມ ຄັ້ງທີ 9 ທີ່ມາເລເຊຍ

ທັບນັກກິລາຄົນພິການລາວ ເດີນທາງເຂົ້າຮ່ວມ ອາຊຽນພາຣາເກມ ຄັ້ງທີ 9 ທີ່ມາເລເຊຍ

Published on

ຄະນະນໍາ, ຄູຝຶກ ແລະ ນັກກິລາລາວໄດ້ອອກເດີນທາງໃນວັນທີ 13 ກັນຍາ 2017 ນີ້ ເພື່ອເຂົ້າຮ່ວມການແຂ່ງຂັນກິລາຄົນພິການອາຊຽນ ຫລື ອາຊຽນພາຣາເກມຄັ້ງທີ 9 ທີ່ປະເທດມາເລເຊຍເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງວັນທີ 17-23 ກັນຍານີ້, ໂດຍພາຍໃຕ້ການນໍາພາຂອງ ທ່ານ ສີທາດ ຈັນທະບູລີ ຫົວໜ້າກົມກິລາມ່ວນຊົນ ກະຊວງສຶກສາ ທິການ ແລະ ກິລາ.

ສໍາລັບ ສປປ ລາວ ໄດ້ສົ່ງຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມລວມທັງໝົດ 100 ຄົນ, ຍິງ 27 ຄົນ. ໃນນັ້ນ, ມີນັກກິລາຈໍານວນ 84 ຄົນ, ຍິງ 20 ຄົນ, ເຊິ່ງຈະມີການແຂ່ງຂັນມີທັງໝົດ 16 ປະເພດກິລາຄື: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ໂກນບານ, ບານບ້ວງລໍ້ເລື່ອນ, ເຕະບານຄົນພິການຕາ 5 ຄົນ, ລົດຖີບທາງພຽງ-ວິບາກ, ຊີພີບານເຕະພິການ 7 ຄົນ, ບອດເຊຍ, ໝາກເສິກ, ດອກປີກໄກ, ບານສົ່ງນັ່ງ, ປິ່ງປ໋ອງ, ໂບລິງ, ຍິງທະນູ ແລະ ເທັນ ນິດລໍ້ເລື່ອນ ເຊິ່ງຈະມີການຊີງໄຊທັງໝົດ 294 ຫລຽນຄໍາ.

ຂະນະທີ່ນັກກິລາລາວເຂົ້າຮ່ວມພຽງແຕ່ 6 ປະເພດກິລາຄື: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ໂກນບານ, ບານ ບ້ວງລໍ້ເລື່ອນ ແລະ ກິລາບານເຕະ.

 

ແຫລ່ງຂ່າວ: ລາວອັບເດດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...