spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສາເຫດ! ຊາຍຫນຸ່ມຖືກຍິງທີ່ຂາ ເຂດບ້ານດົງນາໂຊກ... ມາຈາກບັນຫາຊູ້ສາວ

ສາເຫດ! ຊາຍຫນຸ່ມຖືກຍິງທີ່ຂາ ເຂດບ້ານດົງນາໂຊກ… ມາຈາກບັນຫາຊູ້ສາວ

Published on

ໃນວັນຈັນ ວັນທີ 11 ກັນຍາ 2017 ເວລາປະມານ 17:30 ໂມງ ໜ່ວຍກູ້ໄພມູນນິທິຈີນໄດ້ຮັບເເຈ້ງເຂົ້າເບີສຸກເສີນ1628 ວ່າມີຄົນຖືກຍິງ ຢູ່ເຂດຄອງນໍ້າຊົນລະປະທ່ານ ບ້ານດົງນາໂຊກ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ.

ໜ່ວຍກູ້ໄພມູນນິທິຈີນຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 1 ຄົນເປັນເພດຊາຍ ອາການເບື້ອງຕົ້ນແມ່ນເສຍເລືອດຫຼາຍ ແລະ ມີລູກປືນຄາຢູ່ຂາໂຕ້ເບື້ອງຂວາ; ໜ່ວຍກູ້ໄພຈິ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ(150ຕຽງ).

ຂ່າວລ້າສຸດຕາມການລາຍງານຂອງຫນັງ ສືພິມລາວພັດທະນາ ສະບັບວັນທີ 14 ກັນຍາ2017 ຕາມການໃຫ້ຂໍ້ມູນຂອງກົມຕຳຫຼວດສືບສວນສອບສວນໃຫ້ຮູ້ວ່າ: ຜູ້ກໍ່ເຫດຄັ້ງນີ້ ແມ່ນທ້າວໂຕ ອາຍຸ23 ປິ ອາຊີບກຳມະກອນ ຢູ່ບ້ານຫນອງປາໄນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍໃຊ້ປືນສັ້ນດັດແປງ ຍິງໃສ່ຂາຂວາຂອງທ້າວໝາຍ ອາຍຸ 20ປີ ຢູ່ບ້ານໂພນສະຫວາດໃຕ້ ເມືອງ ສີໂຄດຕະບອງນະຄອນຫຼວງວຽງຈັນສາເຫດຜິດໃຈກັນແມ່ນຍ້ອນບັນຫາຊູ້ສາວ

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...