spot_img
Homeຂ່າວຕ່າງປະເທດ"ຊູຈີ" ຈະມີການກ່າວຖະແຫຼງຢ່າງເປັນທາງການກ່ຽວກັບໂຣຮິນຢາໃນວັນທີ 19 ກັນຍາ

“ຊູຈີ” ຈະມີການກ່າວຖະແຫຼງຢ່າງເປັນທາງການກ່ຽວກັບໂຣຮິນຢາໃນວັນທີ 19 ກັນຍາ

Published on

ເລຂາທິການສະຫະປະຊາຊາດຮຽກຮ້ອງໃຫ້ປະເທດຕ່າງໆໃຫ້ຄວາມຊ່ວຍເຫຼືອຊາວ ໂຣຮິນຢາ ຂະນະດຽວກັນຍັງຂໍໃຫ້ລັດຖະບານມຽນມາໃຫ້ສັນຊາດແກ່ພວກເຂົາ (ໂຣຮິນຢາ) ຫຼື ບໍ່ກໍ່ຕ້ອງມີການໃຫ້ສະຖານະທາງກົດໝາຍ ເພື່ອເຮັດໃຫ້ຊາວໂຣຮິນຢາສາມາດໃຊ້ຊີວິດຕາມປົກກະຕິ ຮວມເຖິງການມີເສລີພາບໃນການເດີນທາງ ການເຂົ້າເຖິງຕະລາດແຮງງານ, ການສຶກສາ ແລະ ການບໍລິການດ້ານສາທາລະນະສຸກ.

ເມື່ອວັນທີ 12 ກັນຍາ ທີ່ຜ່ານມາ ທ່ານ ຊໍ ຮາເຕ ໂຄສົກລັດຖະບານມຽນມາປະກາດວ່າ ທ່ານ ນາງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີຕ່າງປະເທດມຽນມາ ຈະບໍ່ເດີນທາງໄປເຂົ້າຮ່ວມປະຊຸມຄະນະຜູ້ແທນສະຫະປະຊາ ຊາດສະໄໝສາມັນຄັ້ງທີ 72 ທີ່ນະຄອນຫຼວງນິວຢອກ ໂດຍອ້າງເຫດຜົນ 2 ຂໍ້ຄື: ສະພາບເຫດການຂອງລັດຍະໄຂ່ຍັງການໂຈມຕີຂອງກຸ່ມກໍ່ການຮ້າຍ ແລະ ມີວຽກຫຼາຍຢ່າງທີ່ຕ້ອງເຮັດເພື່ອການດູແລຄວາມປອດໄພຂອງສາທາ ລະນະ ໂດຍທ່ານນາງ ອອງ ຊານຊູຈີ ຈະມີການກ່າວຖະແຫຼງຢ່າງເປັນທາງການ ໃນວັນທີ 19 ກັນຍາ ທີ່ຈະມາຮອດນີ້ ກ່ຽວ ກັບວິກິດການທີ່ກ່ຽວຂ້ອງກັບຊາວໂຣຮິນຢາຢ່າງເຕັມຮູບແບບ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...