spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ໄດ້ພາໂຕປະທານ ພີເອັສ ຂຶ້ນລົດຕຳຫຼວດອອກໄປຈາກບໍລິສັດ

ເຈົ້າໜ້າທີ່ໄດ້ພາໂຕປະທານ ພີເອັສ ຂຶ້ນລົດຕຳຫຼວດອອກໄປຈາກບໍລິສັດ

Published on

ພາຍຫຼັງທີ່ບັນຫາບໍ່ສາມາດໃຫ້ດອກເບ້ຍເງິນຮ່ວມທຶນແກ່ສະມາຊິກມາຫຼາຍເດືອນ ແລະມີຫຼາຍບັນຫາສ່ອງແສງໃຫ້ສະມາຊິກເຫັນວ່າ ການດຳເນີນງານຂອງບໍລິສັດພີເອັສເລິ່ມມີບັນຫາ ປະທານບໍລິສັດພະຍາຍາມແກ້ໂຕແລະອອກແຈ້ງການປິ້ນໄປປິ້ນມາຫຼາຍເທື່ອ ຫຼ້າສຸດວັນທີ 11 ກັນຍາ 2017 ສະມາຊິກພີເອັສຈຳນວນຫຼາຍໄດ້ຕັດສິນໃຈໄປປັກຫຼັກກົດດັນຢູ່ຕໍ່ໜ້າບໍລິສັດເພື່ອຂໍເຈລະຈາແລະຖອນທຶນຄືນແຕ່ບັນຫາຍັງຕົກລົງກັນບໍ່ໄດ້ ນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດອີກຜູ້ໜຶ່ງ ໄດ້ນັດກັບກຸ່ມຜູ້ຊຸມນຸມວ່າຈະໃຫ້ຄຳຕອບໃນເວລາປະມານ 9:00 ຂອງມື້ຖັດມາ, ກຸ່ມຜູ້ຊຸມນຸມຈຶ່ງປັກຫຼັກກົດດັນຕໍ່ ຮອດວັນທີ 12 ກັນຍາ 2017 ຮອດເວລານັດ 9:00 ກໍບໍ່ເຫັນ ນາງສຸກນາລີອອກມາໃຫ້ຄຳຕອບ ແລະລໍ້ຖ້າຕໍ່ໄປ ຈົນຮອດຕອນບ່າຍ 4 ໂມງ ຈຶ່ງເຫັນເຈົ້າໜ້າທີ່ຕຳຫຼວດຊຸດຮັກສາຄວາມປອດໄພໄດ້ນຳໂຕ ທ້າວ ປໍເຮີ ປະທານຜູ້ໜຶ່ງ ຂອງບໍລິສັດພີເອັສ ຂຶ້ນລົດອອກໄປຈາກບໍລິສັດ.

ໃນຂະນະທີ່ໃນເວລາຕໍ່ມາ, ໄດ້ມີຜູ້ເຜີຍແພ່ຮູບທີ່ຄ້າຍຄື ທ້າວ ປໍເຮີ ແລະ ນາງ ສຸກນາລີ ເທບສີເມືອງ ໄປປາກົດໂຕຢູ່ສະຖານທີ່ແຫ່ງໜຶ່ງ ທີ່ຄ້າຍຄືປາກປະຕູບ່ອນຄຸມຂັງນັກໂທດ.

ໜຶ່ງໃນກຸ່ມສະມາຊິກທີ່ເຂົ້າຮ່ວມຊຸມນຸມກົດດັນດັ່ງກ່າວ ໄດ້ໃຫ້ຂ່າວແກ່ນັກຂ່າວເຮົາວ່າ: ຖ້າບໍ່ພາກັນມາກົດດັນຈັ່ງຊີ້ ບັນຫາກໍຈະບໍ່ຈົບ ບໍ່ມີການແກ້ໄຂ ຈະໄດ້ຫຼືບໍ່ໄດ້ກໍບໍ່ຮູ້ ຍືດເຍື້ອຍາວນານມາເລື້ອຍໆ ທາງບໍລິສັດພະຍາຍາມອອກແຈ້ງການຫຼອກລວງເລື່ອນເວລາມາເລື້ອຍໆ ພວກເຮົາເລີຍຕ້ອງມາກົດກັນ. ເມື່ອນັກຂ່າວຖາມວ່າ: ນາງ ສຸກນາລີ ເທບສີເມືອງ ໄດ້ກ່າວເມື່ອວັນທີ 11 ກັນຍານີ້ວ່າ ສະມາຊິກຫາກພາກັນມາຮ່ວມທຶນເອງ ທາງບໍລິສັດບໍ່ໄດ້ໄປບັງຄັບມາ, ທ່ານມີຄຳຄິດເຫັນແນວໃດ? ສະມາຊິກຜູ້ເກົ່າຕອບວ່າ: ເຖິງແມ່ນວ່າເຮົາສະໝັກໃຈຮ່ວມທຶນ ແຕ່ເຮົາຮ່ວມທຶນບົນພື້ນຖານແຜນການຕະຫຼາດຂອງບໍລິສັດວາງອອກ ໂດຍບອກວ່າ ຮ່ວມທຶນແລ້ວຈະໄດ້ເງິນປັນຜົນເດືອນໜຶ່ງ 6% ແຕ່ບາດເຂົ້າມາຮ່ວມທຶນແທ້ໆ ແລ້ວ ການປັນຜົນ 6% ເຮັດບໍ່ໄດ້ພໍເທົ່າໃດ ແລ້ວກໍເລິ່ມມີບັນຫາ ແລະບໍ່ແບ່ງປັນຜົນໃຫ້ສະມາຊິກອີກເລີຍ ນັ້ນສະແດງໃຫ້ເຫັນວ່າທາງບໍລິສັດບໍ່ສາມາດເຮັດໄດ້ຕາມທີ່ກ່າວໄວ້ໃນສັນຍາ ຈຶ່ງຕ້ອງຮັບຜິດຊອບແລະສົ່ງເງິນທຶນຄືນແກ່ສະມາຊິກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...