spot_img
Home​ຂ່າວບັນເທິງ"ສຸພາພອນ" ມີສຢູນີເວີຣສລາວ 2017 ຮ້ອນແຮງຮັບຄະແນນໂຫວດເປັນອັນດັບ 1

“ສຸພາພອນ” ມີສຢູນີເວີຣສລາວ 2017 ຮ້ອນແຮງຮັບຄະແນນໂຫວດເປັນອັນດັບ 1

Published on

ຂ່າວບັນເທີງດາລາກັບລາວໂພສຕ໌ມື້ນີ້ເຮົາມາຕາມກະແສຂ່າວກອງປະກວດນາງງາມເວທີລະດັບໂລກ Miss Universe 2017 ຫຼື ນາງງາມຈັກກະວານ 2017 ໂດຍການຈັດອັນດັບຜົນໂຫວດໃນອາທິດທຳອິດຂອງເດືອນ ກັນຍາ 2017 ໂດຍນາງງາມຈັກກະວານລາວ 2017 “ສຸພາພອນ ສົມວິຈິດ” ມີຄະແນນນຳຂຶ້ນມາເປັນອັນດັບທີ 1 ຈາກສາວງາມທີ່ເຂົ້າປະກວດໃນຄັ້ງນີ້ທັງໝົດ 53 ຄົນ

ນາງງາມຜູ້ທີ່ໄດ້ຮັບຄະແນນໂຫວດຫຼາຍທີ່ສຸດ
1. ລາວ: 24,455 ຄະແນນ
2. ອິນໂດເນເຊຍ: 7,792 ຄແນນ
3. ກຳປູເຈຍ: 5,495 ຄະແນນ
4. ໄທ: 5,415 ຄະແນນ
5. ເຮຕິ: 5,260 ຄະແນນ

ສຳລັບຄົນທີ່ຕ້ອງການໂຫວດໃຫ້ “ສຸພາພອນ ສົມວິຈິດ” ນາງງາມຕົວແທນຈາກສປປ ລາວ ກໍ່ສາມາດເຮັດໄດ້ດັ່ງນີ້

ຂັ້ນຕອນທີ 1: like fanpage: https://www.facebook.com/MissUniversePredictionsFanpage/
ຂັ້ນຕອນທີສອງ 2: ໄປກົດໄລຍ໌ ກົດແຊ ຮູບຂອງນາງງາມທີ່ທ່ານມັກ
ທ່ານສາມາດໂຫວດໄດ້ນັບຕັ້ງແຕ່ມື້ນີ້ຈົນຮອດວັນທີ 5 ຕຸລາ 2017

ນີ້ເປັນຄັ້ງທຳອິດທີ່ ສປປ ລາວ ສົ່ງນາງງາມເຂົ້າປະກວດເວທີ ນາງງາມຈັກກະວານ ເຮົາເປັນຄົນລາວຢ່າລືມສົ່ງແຮງໃຈໄປເຊຍກັນຫຼາຍໆເດີ້

 

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...