spot_img
Home​ຂ່າວບັນເທິງສິລະປິນແຫ່ງຊາດ ໝໍລຳສະໝານ ເສຍຊີວິດແລ້ວ

ສິລະປິນແຫ່ງຊາດ ໝໍລຳສະໝານ ເສຍຊີວິດແລ້ວ

Published on

ນັບເປັນຂ່າວເສົ້າສະຫຼົດຂອງວົງການບັນເທີງລາວຄັ້ງໃຫຍ່ໜຶ່ງ ທີ່ທ່ານ ສິລະປິນແຫ່ງຊາດ ໝໍລຳສະໝານ ສຸວັນນະສີ ໄດ້ຈາກພວກເຮົາໄປຢ່າງສະຫງົບ ໃນຕອນເຊົ້າມືດຂອງວັນທີ 10 ກັນຍາ 2017 ນີ້ ດ້ວຍໂລກຊະລາ.

ທ່ານລຸງສະໝານ ສຸວັນນະສີ ເປັນໝໍລຳລະດັບລາຊາຄູຂອງລາວຜູ້ໜຶ່ງ ທີ່ມີຄວາມສາມາດທາງດ້ານການລຳປະເພດຕ່າງໆ ໂດຍການແຕ່ງກອນສົດໃນຕອນລຳ ເຊິ່ງເປັນຄວາມສາມາດທີ່ພິເສດພໍສົມຄວນ ແລະກໍໄດ້ເປັນຄູບາອາຈານໃຫ້ແກ່ໝໍລຳລຸ້ນຕໍ່ມາຫຼາຍທ່ານ. ຜົນງານລຳຂອງ ໝໍລຳສະໝານ ມີຢ່າງຫຼວງຫຼາຍ ໂດຍສະເພາະແມ່ນໄລຍະທີ່ຊະລາແລ້ວ ເພິ່ນກໍຍັງໄດ້ສ້າງຜົນງານບໍ່ໄດ້ຂາດ ຈົນຮອດມື້ສຸດທ້າຍຂອງຊີວິດກໍວ່າໄດ້ ເຊິ່ງຜົນງານເຫຼົ່ານັ້ນສາມາດຊົມໄດ້ທາງ Youtube.

ດ້ວຍຜົນງານທີ່ໂດດເດັ່ນ ຮັບໃຊ້ຊາດ ຮັບໃຊ້ສັງຄົມມາຫຼວງຫຼາຍ ດັ່ງນັ້ນ, ເພື່ອເປັນກຽດ ທ່ານ ໝໍລຳສະໝານ ສຸວັນນະສີ ຈຶ່ງໄດ້ຮັບນາມະຍົດ ເປັນນັກສິລະປິນແຫ່ງຊາດ ສາຂາ ສິລະປະການສະແດງ ຈາກນາຍົກລັດຖະມົນຕີລາວ ໃນວັນທີ 25 ພຶດສະພາ 2011 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໃຫ້ກຽດປະດັບຍົດໂດຍທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...