spot_img
Homeຂ່າວພາຍ​ໃນລັດຖະບານແລະເຈົ້າແຂວງທົ່ວປະເທດ ປະຊຸມຫາລືວຽກສຳຄັນຂອງຊາດ

ລັດຖະບານແລະເຈົ້າແຂວງທົ່ວປະເທດ ປະຊຸມຫາລືວຽກສຳຄັນຂອງຊາດ

Published on

ໃນວັນທີ 7 ກັນຍາ 2017 ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ 1 ປີ 2017 ໄດ້ໄຂຂຶ້ນຢູ່ທີ່ ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ອົງການນິຕິບັດຍັດ, ຕຸລາການ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນດໍາເນີນກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງສະພາບການຢູ່ພາກພື້ນ ແລະ ສາກົນ ໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຊາບ ລວມທັງ ສະພາບການແກ້ໄຂ ບັນດາປະກົດການ ຫຍໍ້ທໍ້ໃນສັງຄົມ ຂອງປະເທດເຮົາ ໃນໄລຍະ 09 ເດືອນຜ່ານມາ.

ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ຮັບຟັງ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ໃສ່ເອກະສານສໍາຄັນຄື:
1). ການສະຫຼຸບຕີລາຄາຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2017 ແລະ ທິດທາງ ຂອງຮ່າງແຜນພັດທະນາພັດທະນາເສດຖະກິດ-ສັງຄົມ ສໍາລັບປີ 2018;
2). ບົດລາຍງານ ສະຫຼຸບຖອດຖອນບົດຮຽນ ແລະ ທິດທາງຜັນຂະຫຍາຍ ຜົນການຢ້ຽມຢາມຕ່າງປະເທດ ຂອງພັກ ແລະ ລັດຖະບານ;
3). ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ມະຕິ, ຄໍາສັ່ງ, ແຈ້ງການ ແລະ ການຕົກລົງຂອງລັດຖະບານ ໃນໄລຍະຜ່ານມາ;
4). ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ການກວດກາຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້;
5). ທິດທາງການສົ່ງເສີມ ການຜະລິດເປັນສິນຄ້າ ແລະ ການຄໍ້າປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ; 6). ການລາຍງານກະກຽມຄວາມພ້ອມ ໃນການເປີດປີທ່ອງທ່ຽວລາວ ປີ 2018;
7). ການລາຍງານ ສະພາບການແກ້ໄຂ ສິ່ງກີດຂວາງ ແລະ ການຊົດເຊີຍ ຜູ້ໄດ້ຮັບຜົນກະທົບ ຈາກການກໍ່ສ້າງໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ. ນອກນັ້ນ, ຍັງມີບັນດາເອກະສານ ທີ່ໄດ້ແຈກຢາຍໃຫ້ບັນດາຜູ້ເຂົ້າຮ່ວມປະຊຸມ ເພື່ອຄົ້ນຄວ້າປະກອບຄໍາເຫັນ ເປັນຕົ້ນ: ຮ່າງແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ; ຮ່າງດໍາລັດ ວ່າດ້ວຍການປະກອບ, ຄຸ້ມຄອງ ແລະ ນໍາໃຊ້ລົດລັດ; ທິດທາງໃນການແກ້ໄຂ ບັນຫາການຂົນສົ່ງທາງບົກ ແລະ ດ່ານສາກົນພາຍໃນປະເທດ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການຂົນສົ່ງ.

ເພື່ອຮັບປະກັນໃຫ້ ກອງປະຊຸມ ມີປະສິດທິຜົນ ແລະ ບັນລຸຄາດໝາຍ ທ່ານນາຍົກລັດຖະມົນຕີ ໃນນາມປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບ ຂອງຕົນ ເຂົ້າໃນການປະກອບຄໍາເຫັນ ສະເໜີໃຫ້ເວົ້າຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ໂດຍລົງເລິກເຖິງຂໍ້ຄົງຄ້າງ ທີ່ຍັງປະຕິບັດບໍ່ທັນໄດ້ດີ, ວິເຄາະວິໄຈ ເຖິງສາເຫດ ແລະ ສະເໜີທິດທາງ, ມາດຕະການແກ້ໄຂຕົວຈິງ ເພື່ອຮັບປະກັນ ການຄຸ້ມຄອງ ແລະ ບໍລິຫານປະເທດ ດໍາເນີນໄປດ້ວຍປະສິດທິພາບ ແລະ ມີປະສິດທິຜົນສູງ.

ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນໄປຮອດວັນທີ 8 ກັນຍາ 2017.

ແຫລ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...