Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະເທືອນຂວັນ! ຄາດຕະກຳ 2 ສົບ ທີ່ບ້ານສາລາຄຳ ເມືອງ ຫາດຊາຍຟອງ

ສະເທືອນຂວັນ! ຄາດຕະກຳ 2 ສົບ ທີ່ບ້ານສາລາຄຳ ເມືອງ ຫາດຊາຍຟອງ

Published on

ຈາກເຈົ້າໜ້າທີ່ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນລາຍງານໃຫ້ຮູ້ວ່າ ເວລາປະມານ 8:30 ນາທີ ຂອງວັນທີ 1 ກັນຍາ 2017 ໄດ້ຮັບແຈ້ງເຫດມີການເກີດຄາດຕະກຳ ທີ່ເຮືອນປະຊາຊົນ ບ້ານສາລາຄຳ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
ເຈົ້າໜ້າທີ່ໄດ້ນຳກຳລັງເຂົ້າກວດສອບພື້ນທີ່ເກີດເຫດ ພົບເຫັນສົບຜູ້ເສຍຊີວິດ 2 ຄົນເປັນເພດຍິງທັງສອງ ຊາບຂໍ້ມູນ ແມ່ນເມຍເຈົ້າຂອງ ເຮືອນ ແລະ ແມ່ບ້ານ. ສ່ວນລູກຂອງເຈົ້າຂອງເຮືອນ ໄດ້ຫຼົບຊ້ອນຕົວຢູ່ເທິງເຮືອນແມ່ນປອດໄພ.
ທາງເຈົ້າໜ້າທີ່ແມ່ນໄດ້ເກັບກຳຂໍ້ມູນ ຫຼັກຖານຈາກສະຖານທີ່ເກີດເຫດ ລວມທັງພາບຈາກກ້ອງວົງຈອນທີ່ຕິດຢູ່ເຮືອນ ແລະ ບໍລິເວນໃກ້ຄຽງ ເພື່ອຮວບຮວມຫຼັກຖານ ແລະ ຕິດຕາມຫາ ຄາດຕະກອນທີ່ລົງມືກໍ່ເຫດ ແລະ ແຮງຈູງໃຈໃນການກໍ່ເຫດຄາດຕະກຳເທື່ອນີ້.
ພາບ ແລະ ຂ່າວຈາກ: ເຈົ້າຫນ້າທີ່ ເມືອງຫາດຟອງ 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...