spot_img
Homeຂ່າວການສຶກສາວິທີແລະຂັ້ນຕອນການລົງທະບຽນຮຽນ ມຊ

ວິທີແລະຂັ້ນຕອນການລົງທະບຽນຮຽນ ມຊ

Published on

ນີ້ຄືຂໍເແນະນຳເລັກໆນ້ອຍໆກ່ຽວກັບການມາລົງທະບຽນຮຽນຄັ້ງທຳອິດ(ສະເພາະຜູ້ທີ່ເສັງຕິດລະບົບຈ່າຍຄ່າຮຽນ)ເພື່ອຄວາມສະດວກ ແລະວ່ອງໄວໃນການດຳເນີນງານຫລາຍຂຶ້ນ.

1. ເປີດລົງທະບຽນຢ່າງເປັນທາງການຕັ້ງແຕ່ວັນທີ 28/8-15/9 ທີ່ສະໂມສອນໃຫຍ່ ມຊ (ສະເພາະໂມງລັດຖະການເທົ່ານັ້ນ).
2. ມາລົງທະບຽນດ້ວຍຕົນເອງ ແລະທຸກໆຄົນຕ້ອງແຕ່ງຕົວສຸພາບ ຫລືໃສ່ຊຸດນັກຮຽນ ບໍ່ດັ່ງນັ້ນເຈົ້າຫນ້າທີ່ຈະບໍ່ຮັບຄຳຮ້ອງ.
3. ເອກະສານສຳຄັນທີ່ຕ້ອງນຳມາ ໄດ້ແກ່ <<ບັດເຂົ້າຫ້ອງເສັງ ມ.ຊ,ໃບປະກາສະນິຍະບັດມ.7 ຫລືໃບຄະແນນ, ຊີວະປະຫວັດນັກຮຽນມ.7, ບັດປະຈຳໂຕຫລືປຶ້ມສຳມະໂນຄົວ>> (ເອກະສານທຸກຢ່າງຕ້ອງມີທັງສະບັບຈິງ ແລະສຳເນົາ)
4.ບໍ່ຕ້ອງເອົາຮູບຕິດບັດມາ ເພາະຕ້ອງມາຖ່າຍຢູ່ບ່ອນລົງທະບຽນ.
5.ຖືເງິນມາລົງທະບຽນປະມານ 1.500.000 ກີບ
6. ກະລຸນາອ່ານວິທີລົງທະບຽນທີ່ສະຖານທີ່ລົງທະບຽນຢ່າງລະອຽດເສຍກ່ອນຫາກບໍ່ເຂົ້າໃຈກໍຖາມຝ່າຍປະຊາສຳພັນ.
7.ຫລັງຈາກລົງທະບຽນຮຽບຮ້ອຍນ້ອງກໍຈະໄດ້ <<ບັດປະຈຳຕົວນັກສຶກສາຊົ່ວຄາວ>> ຫລັງຈາກນັ້ນໃຫ້ໄປທີ່ຫ້ອງການວິຊາການຄະນະທີ່ນ້ອງຮຽນ ເພື່ອລົງທະບຽນຮັບກາລະວັດ ແລະປ້າຍເສື້ອເປັນອັນວ່າຈົບພິທີ.

ຂໍ້ແນະນຳ: 
– ຫາກບັດເຂົ້າຫ້ອງເສັງມ.ຊ ເສຍຕ້ອງພົວພັນຫ້ອງວິຊາການ ມ.ຊ.
– ນ້ອງໆທີ່ມາລົງທະບຽນຢ່າຈອດລົດຈັກຊະຊາຍເດັດຂາດ ສ່ຽງຕໍ່ການຖືກລັກທີ່ສຸດ.
– ຕອນລົງທະບຽນຈະມີຊອງເຫລືອງທີ່ເຈົ້າຫນ້າທີ່ໃຫ້ມາ ຢ່າເອົາຖິ້ມ ຫລືປ່ຽນຊອງເດັດຂາດ.
– ກ່ອນອອກຈາກສະຖານທີ່ລົົງທະບຽນຢ່າລືມກວດສອບເອກະສານສຳຄັນຂອງຕົນ ເພາະແຕ່ລະປີມີຜູ້ລືມເອກະສານຫລາຍເຫລືອເກີນ.
– ໃຜບ້ານໄກແນະນຳໃຫ້ໄປຕອນເຊົ້າ ຄັນໄປຕອນບ່າຍໆອາດຈະບໍ່ແລ້ວ ຕ້ອງໄດ້ໄປອີກຄັ້ງເສຍເວລາ.
– ຖ້າບໍ່ຮູ້ຫຼືບໍ່ເຂົ້າໃຈອັນໃດ ກໍໃຫ້ສັງເກດເບິ່ງໝູ່ ຖາມໝູ່ຜູ້ທີ່ເຂົາລົງທະບຽນແລ້ວໆ ນັ້ນຕື່ມ

ຂອບໃຈຂໍ້ມູນຈາກ: Za Za Sitthihukpanya

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...