Homeຂ່າວຕ່າງປະເທດຊາວໂຣຮິນຈາຫຼົບໜີກອງກຳລັງມຽນມາຫວັງອົບພະຍົບເຂົ້າບັງກາລາເທດແຕ່ກໍ່ຖືກຂັບໄລ່

ຊາວໂຣຮິນຈາຫຼົບໜີກອງກຳລັງມຽນມາຫວັງອົບພະຍົບເຂົ້າບັງກາລາເທດແຕ່ກໍ່ຖືກຂັບໄລ່

Published on

ເມື່ອວັນທີ 27 ສິງຫາ 2017 ທີ່ຜ່ານມາ ເອເອຟຊີລາຍງານວ່າ ຊະຕາກຳຊາວໂຣຮິນຈາໃນລັດຍະໄຂ່ຂອງມຽນມາເຂົ້າສູ່ພາວະວິກິດອີກຄັ້ງ ທ່າມກາງການປະທະກັນຢ່າງຮຸນແຮງລະຫວ່າງກອງທັບປົດປ່ອຍອາຣະກັນໂຣຮິນຈາ ຫຼື ອາຣຊາຈົນມີຜູ່ເສຍຊີວິດເກືອບ 100 ຄົນ ຂະນະທີ່ຊາວບ້ານບໍ່ມີບ່ອນຈະຫຼົບໜີໄປທາງໃດ 

ນັກຂ່າວເອເອຟພີທີ່ປະຈຳຢູ່ພາກສະໜາມລາຍງານວ່າ ເຈົ້າໜ້າທີ່ບໍ່ພຽງແຕ່ໃຊ້ປືນຍິງຖະລົ່ມພື້ນທີ່ກອງກຳລັງອາຣຊາທີ່ຫຼົບຊ້ອນຕົວຢູ່ ແຕ່ຍັງເປີດສາກຍິງປືນຂັບໄລ່ຊາວບ້ານມຸສລິມໂຣຮິນຈາທີ່ພະຍາຍາມໜີເອົາຊີວິດລອດ ແຕ່ໃນຂະນະດຽວກັນເຈົ້າໜ້າທີ່ປະຈຳຢູ່ຊາຍແດນບັງກາລາເທດກໍ່ບໍ່ຍອມໃຫ້ຊາວໂຣຮິນຈາອົບພະຍົບເຂົ້າເຂດຊາຍແດນຂອງຕົນຄືກັນ

ແມດທິວ ສມິດ ຈາກກຸ່ມສິດທິມະນຸດ Fortify Rights ໃຫ້ສຳພາດວ່າ ສະພາບເຫດການໃນຕອນນີ້ຢູ່ໃນພາວະຮ້າຍແຮງຫຼາຍ ຊາວໂຣຮິນຈາຕ້ອງການຄວາມຊ່ວຍເຫຼືອດ້ານສິດທິມະນຸດຢ່າງຮີບດ່ວນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...