Homeຂ່າວພາຍ​ໃນນຸ້ຍ ສຸພາພອນ ຄວ້າມຸງກຸດ Miss Universe Laos ຄົນທຳອິດ

ນຸ້ຍ ສຸພາພອນ ຄວ້າມຸງກຸດ Miss Universe Laos ຄົນທຳອິດ

Published on

ໂຄງການປະກວດ Miss Universe Laos 2017 ເຊິ່ງເປັນຄັ້ງທຳອິດຂອງລາວ ນັບຕັ້ງແຕ່ເກີດມີຊາດລາວເປັນຕົ້ນມາ ໄດ້ດຳເນີນມາເຖິງມື້ປະກວດສຸດທ້າຍ ຄື ມື້ຄືນວັນທີ 26 ສິງຫາ 2017 ທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມົນຕຣີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວແລະວັດທະນະທຳແລະທ່ອງທ່ຽວ, ທ່ານ ດຣ ຫົງຄຳ ສຸວັນນະວົງ ປະທານໂຄງການປະກວດ.

ຜົນການປະກວດອອກມາ ຖືກໃຈແຟນໆ ທີ່ກຳລັງຕິດຕາມແລະໃຫ້ກຳລັງໃຈມາຕະຫຼອດ ຄື: ຜູ້ຊະນະເລີດອັນດັບ 1 ໄດ້ເປັນ Miss Universe Laos 2017 ກໍຄືໄດ້ເປັນຄົນທຳອິດຂອງລາວທີ່ໄດ້ສວມມຸງກຸດນີ້ ໄດ້ແກ່ນາງ ນຸ້ຍ ສຸພາພອນ ສົມວິຈິດ

ແລະນອກຈາກນັ້ນ ຜູ້ທີ່ໄດ້ຮັບຕຳແໜ່ງຮອງລົງມາມີຄື:
ຮອງຊະນະເລີດອັນດັບ 1 ໄດ້ແກ່ ນາງ ອອນອະນົງ ຫອມສົມບັດ
ຮອງຊະນະເລີດອັນດັບ 2 ໄດ້ແກ່ ນາງ ວາລິດສະລາ ຕັ້ງສຸວັນ
ຮອງຊະນະເລີດອັນດັບ 3 ໄດ້ແກ່ ນາງ ສຸກສະຫວັນ ຫຼວງລາດ
ຮອງຊະນະເລີດອັນດັບ 4 ໄດ້ແກ່ ນາງ ເມລິສາ ສີດາຈັນ

ໂຄງການປະກວດດັ່ງກ່າວນີ້ຖືວ່າໄດ້ຮັບຄວາມນິຍົມແລະໃຫ້ຄວາມສົນໃຈຈາກມວນຊົນຢ່າງຫຼວງຫຼາຍ ແລະກໍຍັງເປັນເຫດການທີ່ສຳຄັນທາງດ້ານສິລະປະວັດທະນະທຳລາວ ເນື່ອງຈາກວ່າ ໃນໄລຍະຫຼາຍປີທີ່ຜ່ານມາ ປະເທດລາວບໍ່ໄດ້ມີໂຄງການປະກວດດັ່ງກ່າວນີ້ ດ້ວຍເຫດຜົນຫຼາຍປະການ ໂດຍສະເພາະແມ່ນຮູບແບບການແຕ່ງໂຕຂອງນ້ອງນາງສາວເທິງເວທີປະກວດ ແມ່ນມີຫຼາຍຮູບແບບ ທັງແບບສຸພາບ ແລະນຸ່ງໜ້ອຍຫົ່ມໜ້ອຍ ເຊິ່ງການແຕ່ງໂຕທີ່ນຸ່ງໜ້ອຍຫົ່ມນ້ອຍນີ້ເອງ ເປັນເລື່ອງທີ່ຂ້ອນຂ້າງອ່ອນໄຫວສຳລັບສັງຄົມລາວແລະວັດທະນະທຳລາວ.

ການຕັດສິນໃຈດຳເນີນໂຄງການດັ່ງກ່າວ ໃນປີ 2017 ນີ້ເປັນປີທຳອິດ ເປັນສິ່ງທີ່ສະທ້ອນໃຫ້ເຫັນວ່າ ສັງຄົມລາວແລະວັດທະນະທຳລາວ ພວມເປີດກວ້າງອອກສູ່ສາກົນຫຼາຍຂຶ້ນ ແລະຫວັງວ່ານາງສາວຈາກປະເທດລາວ ຈະສາມາດໄປສ້າງຊື່ສຽງໃຫ້ແກ່ປະເທດໃນລະດັບສາກົນໄດ້.

ທ່ານ ສະຫວັນຄອນ ຣາຊມົນຕຣີ (ຜູ້ທີ 3 ຈາກຊ້າຍມື) ຖ່າຍຮູບຮ່ວມກັບຜູ້ໄດ້ຮັບຕຳແໜ່ງ ແລະຜູ້ຈັດຕັ້ງງານ ຮູບ: ກອງປະກວດ Miss Univers Laos
ທ່ານ ປອ ຫົງຄຳ ສຸວັນນະວົງ ສວມມຸງກຸດແກ່ຜູ້ໄດ້ຮັບຕຳແໜ່ງຊະນະເລີດ. ຮູບ: ກອງປະກວດ Miss Univers Laos
ຜູ້ໄດ້ຮັບຕຳແໜ່ງ Miss Universe Laos 2017 ຮູບ: ກອງປະກວດ Miss Univers Laos

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...