spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕັດສິນ ຈຳຄຸກຈໍາເລີຍຄະດີຄ້າຂາຍຢາເສບຕິດ 2 ລາຍ

ຕັດສິນ ຈຳຄຸກຈໍາເລີຍຄະດີຄ້າຂາຍຢາເສບຕິດ 2 ລາຍ

Published on

ໃນວັນທີ 23 ສິງຫາ 2017 ທີ່ຜ່ານມາ, ຄະນະອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ນຳເອົາຄະດີຄ້າຂາຍຢາເສບຕິດ ຂຶ້ນມາຕັດສິນ ຈໍາເລີຍຄະດີທີ 1 ຊື່ທ້າວ ລີແສງເລົ່າ ອາຍຸ 24 ປີ ຢູ່ບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ ຖືກເຈົ້າໜ້າທີ່ກັກຕົວໃນວັນທີ 12 ຕຸລາ 2016 ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ພ້ອມຢາບ້າ 990 ເມັດ; ຈໍາເລີຍຄະດີທີ 2 ຊື່ ທ້າວ ຈັງຢ້າ ອາຍຸ 21 ປີ ບ້ານໂຮມໄຊ ເມືອງໄຊ ແຂວງອຸດົມໄຊ ຖືກເຈົ້າໜ້າທີ່ກັກຕົວໃນວັນທີ 17 ກໍລະກົດ 2016.

ທ້າວ ລີແສງເລົ່າ ໄດ້ຮັບສາລະພາບໃນຫ້ອງປະຊຸມສານວ່າ: ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ປີ 2013 ຈົນມາຮອດວັນທີ 12 ຕຸລາ 2016, ຜູ້ກ່ຽວໄດ້ໄປຊື້ຢາບ້າ 5 ຖົງ ເທົ່າກັບ 1.000 ເມັດ; ພາຍຫຼັງໄດ້ຢາບ້າມາແລ້ວ ໄດ້ນໍາໄປຂາຍໃຫ້ກັບໄວລຸ້ນພາຍໃນບ້ານ ຈໍານວນ 11 ເມັດ ຍັງເຫຼື່ອ 990 ເມັດ. ຈາກນັ້ນ, ເວລາຕໍ່ມາໄດ້ຖືກເຈົ້າ ໜ້າທີ່ກັກຕົວ ພ້ອມຂອງການຢາບ້າຈໍານວນດັ່ງກ່າວ.

ທ້າວ ຈັງຢ້າ ຈໍາເລີຍຄະດີທີ 2 ສາລະພາບວ່າ: ໄດ້ເລີ່ມຄ້າຂາຍຢາເສບຕິດມາແຕ່ປີ 2014 ຈົນມາຮອດວັນທີ 17 ກໍລະກົດ 2016, ຜູ້ກ່ຽວໄດ້ໄປ ຊື້ຢາບ້າຈໍານວນ 200 ເມັດ; ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍໃຫ້ ກັບໄວລຸ້ນພາຍໃນບ້ານ ຈໍານວນ 148 ເມັດ ຍັງເຫຼື່ອ 52 ເມັດ. ຈາກນັ້ນ, ຖືກເຈົ້າໜ້າທີ່ເຂົ້າກັກຕົວ ພ້ອມຂອງກາງດັ່ງກ່າວ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ, ເອກະສານຕ່າງໆຢູ່ໃນສໍານວນຄະດີ ແລະ ຄໍາຮັບສາລະພາບຂອງພວກຈຳເລີຍ ແລ້ວເຫັນວ່າ: ມີຄວາມຜິດຄົບ 4 ອົງປະກອບຂອງການກະທໍາຜິດ. ດ້ວຍເຫດນີ້, ຈຶ່ງເຫັນ ຄວນລົງໂທດພວກຈໍາເລີຍ ຄື: ຕັດສິນລົງໂທດ ຈໍາຄຸກຜູ້ລະ 5 ປີ ປັບໄໝ ຜູ້ລະ 10.000.000 ກີບ ໃນສະຖານຄ້າຂາຍຢາເສບຕິດ ຕາມມາດຕາ 146 ຂໍ້ 2 ວັກ 1 ຂອງກົດໝາຍອາຍາ.

 

ແຫລ່ງຂ່າວ: ໜັງສືພິມ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...