Home​ຂ່າວບັນເທິງສອງສາວມິສແກຣນລາວ ຈະເຂົ້າຮ່ວມປະກວດ The 13th China ASEAN Image Pageant

ສອງສາວມິສແກຣນລາວ ຈະເຂົ້າຮ່ວມປະກວດ The 13th China ASEAN Image Pageant

Published on

ບັນເທີງດາລາກັບລາວໂພສຕ໌ ມື້ນີ້ມີຂ່າວຄາວການປະກວດຂອງເວທີ The 13th China ASEAN Image Pageant ເຊິ່ງຈະຈັດຂຶ້ນ ແຕ່ວັນທີ 26/8 – 17/9/2017 ທີ່ ສປຈີນ. ຖືວ່າເປັນອີກໜຶ່ງເວທີໃຫຍ່ລະດັບອາຊີກໍ່ວ່າໄດ້ ແລະ ໃນປີນີ້ ສປປ ລາວ ກໍ່ໄດ້ສົ່ງສອງສາວງາມຈາກເວທີ ມິສແກຣນລາວ 2017 ເຂົ້າຮ່ວມປະກວດ ໄດ້ແກ່ ນາງກິດສະດາ ວົງໄຊສະຫວາດ ຮອງມີສແກຣນລາວ 2017 ອັນດັບສອງ ແລະ ນາງ ແສງສະຫວັນ ສີຫາລາດ ຮອງມີສແກຣນລາວ 2017 ຮອງອັນດັບສີ່ ຈະເຂົ້າຮ່ວມການປະກວດ  ນີ້ຖືວ່າເປັນການຍົກບົດບາດຂອງແມ່ຍິງລາວໃຫ້ທຽບເທົ່າກັບລະດັບສາກົນ ແຟນໆຊາວລາວຢ່າລືມສົ່ງແຮງໃຈໄປເຊຍພວກນາງໃຫ້ປະສົບຜົນສຳເລັດໃນເວທີການປະກວດນີ້ດ້ວຍ

 

ແຫລ່ງຂ່າວ: ມິສແກຣນລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...