Homeອຸບັດເຫດແລະປາກົດການຫຍໍ້ທໍ້ໂຈນໃຈບາບລັກພຣະພຸດທະຮູບເກົ່າແກ່ 2 ອົງຢູ່ວັດເກົ້າຍອດ

ໂຈນໃຈບາບລັກພຣະພຸດທະຮູບເກົ່າແກ່ 2 ອົງຢູ່ວັດເກົ້າຍອດ

Published on

ໃນວັນທີ 23 ສິງຫາ 2017 ທີ່ຜ່ານມາ, ເຈົ້າໜ້າທີ່ນິຕິວິທະຍານະຄອນຫລວງວຽງຈັນ ສົມທົບກັບ ເຈົ້າໜ້າທີ່ ປກສ ກຸ່ມເພຍວັດໄດ້ລົງກວດກາສະຖານທີ່ພຸດທະສິມມາຢູ່ວັດເກົ້າຍອດເມືອງ ສີສັດຕະນາກນະຄອນຫລວງວຽງຈັນ, ພາຍຫລັງທີ່ມີຄົນຮ້າຍເຂົ້າໄປລັກເອົາພຣະພຸດທະຮູບເກົ່າແກ່ຂອງວັດຈໍານວນ 2 ອົງ, ເປັນພຣະທອງສໍາລິດ ປາງຊະນະມານ, ອົງທີ 1 ມີຄວາມສູງ 78 ຊັງຕີແມັດກວ້າງ 35 ຊັງຕີແມັດ, ອົງທີ 2 ມີຄວາມສູງ 23,5 ຊັງຕີແມັດ ກວ້າງ 8 ຊັງຕີແມັດທີ່ເກົ່າແກ່ ແລະ ໄດ້ຮັບການຂຶ້ນທະບຽນ ຈາກກົມມໍລະດົກ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວເປັນທີ່ຮຽບຮ້ອຍແລ້ວ.

ຈາກການສອບຖາມ ພຣະວຽງສະຫວັນ ຜູ້ເຫັນເຫດການເວົ້າວ່າ: ໃນຕອນເຊົ້າຂອງມື້ດັ່ງກ່າວໄດ້ເຂົ້າໄປກິນນໍ້າຢູ່ໃນສິມຂອງວັດ ແລະ ພົບເຫັນປະຕູສິມໄຂຜິດປົກກະຕິ, ຈຶ່ງໄດ້ໄປແຈ້ງຕໍ່ເຈົ້າອະທິການວັດ ເພື່ອມາກວດສອບກ່ອນທີ່ຈະພົບວ່າມີພຣະພຸດທະຮູບເສຍຫາຍ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ໃຫ້ລົງມາກວດສອບ ແລະ ຕິດຕາມຄົນຮ້າຍມາດຳເນີນຄະດີ.

 

ແຫລ່ງຂ່າວ: ໜັງສືພິມລາວພັດທະນາ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...