spot_img
Homeຂ່າວການພັດທະນາລັດຖະບານເນັ້ນປັບປຸງພື້ນຖານໂຄງລ່າງ ເພື່ອສົ່ງເສີມການຜະລິດເປັນສິນຄ້າ

ລັດຖະບານເນັ້ນປັບປຸງພື້ນຖານໂຄງລ່າງ ເພື່ອສົ່ງເສີມການຜະລິດເປັນສິນຄ້າ

Published on

ທ່ານ ສຸພັນ ແກ້ວ​ມີ​ໄຊ ລັດ​ຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ ໄດ້​ລາຍ​ງານ​ຕໍ່​ກອງປະຊຸມ​ສະໄໝ​ສາມັນເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ ວ່າ: ລັດຖະບານໄດ້​ສຸມ​ທຶນຮອນ​ໃສ່​ ການ​ປັບປຸງກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ແລະ ສິ່ງອຳນວຍ​ຄວາມ​ສະດວກ​ ຢູ່​ເຂດ​ຊົນນະ​ບົດ​ຫ່າງ​ໄກ​ສອກຫລີກ ເປັນຕົ້ນ ເສັ້ນທາງ,ໄຟຟ້າ, ຊົນລະປະທານ ຂະໜາດ​ນ້ອຍ, ໂຮງຮຽນ, ສຸກ​ສາລາ​ຕ່າງໆ ໂດຍ​ສະເພາະ​ໃນ 64 ຈຸດ​ສຸມ ທີ່​ລັດຖະບານ​ກຳນົດ ​ເພື່ອສ້າງເງື່ອນໄຂ​ສະດວກ​ ໃນ​ການສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ ເຮັດ​ໃຫ້​ມີ​ລາຍ​ຮັບ​ສູງ​ຂຶ້ນ.

​ມູນ​ຄ່າ​ການ​ລົງທຶນທັງ​ໝົດ 1.868 ຕື້​ກີບ ໃນ​ນັ້ນທຶນ​ຈາກງົບປະມານ​ຂອງ​ລັດ ຈຳນວນ 191,23 ຕື້​ກີບ ທຶນ​ຊ່ວຍເຫລືອ​ລ້າ 551,25 ຕື້​ກີບ ທຶນ​ສິນ​ເຊື່ອ​ນະໂຍ​ບາຍ 1.083,59 ຕື້​ກີບ ແລະ ກອງ​ທຶນ​ພັດທະນາ​ບ້ານ 41,93 ຕື້​ກີບ ສາມາດ​ປະຕິບັດ​ສຳເລັດ 3 ຈຸດ​ສຸມ, ສ່ວນ​ທີ່​ເຫລືອ​ຍັງ​ສືບຕໍ່​ຈັດຕັ້ງ​ປະຕິບັດ ເຊິ່ງ​ຈາກ​ການ​ພັດ​ທະນາ​ພື້ນຖານ​ໂຄງ​ລ່າງ. ​ນອກ​ຈາກນັ້ນ, ​ຍັງ​ສົ່ງ​ເສີມຂະບວນ​ການ​ ສ້າງ​ບ້ານ​ພັດທະນາ ແລະ ການ​ສ້າງ​ບ້ານ​ໃຫຍ່ ​ໃຫ້ກາຍເປັນ​ຕົວ​ເມືອງ​ນ້ອຍ​ ໃນ​ຊົນນະ​ບົດ ທັງ​ໝົດ​ເຫລົ່າ​ນີ້ ​ໄດ້​ປະກອບສ່ວນ​ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ ຂອງ​ປະຊາຊົນ​ສ່ວນ​ໃຫຍ່ ​ນັບ​ມື້​ດີຂຶ້ນ ເຮັດ​ໃຫ້​ຈຳນວນ​ຄອບຄົວ​ ທຸກຍາກ​ຫລຸດ​ລົງ​ຈາກ 6,5% ໃນ​ປີ 2015 ຍັງ​ເຫລືອ6,3% ໃນ​ປີ 2016.

ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ ເປັນ​ວຽກ​ງານ​ທີ່​ພັກ, ລັດ​ຖະບານ ຕະຫລອດ​ຮອດ​ອົງການ​ຈັດຕັ້ງ​ທີ່​ກ່ຽວຂ້ອງ ​ໄດ້​ຖື​ເປັນ​ບູລິມະສິດ ເພື່ອ​ພ້ອມ​ກັນ​ນຳພາ​ປະເທດຊາດ​ ຫລຸດ​ພົ້ນ​ອອກ​ຈາກ ​ສະຖານະ​ພາບ​​ດ້ອຍ​ພັດທະ​ນາ​ໃນ​ປີ 2020.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...