Homeຂ່າວພາຍ​ໃນອຸຕຸເຕືອນ ປະເທດລາວຈະຖືກພາຍຸ ຮາໂຕະ ພັດຜ່ານ

ອຸຕຸເຕືອນ ປະເທດລາວຈະຖືກພາຍຸ ຮາໂຕະ ພັດຜ່ານ

Published on

ກົມອຸຕຸນິຍົມ ແລະ ອຸທົບກະສາດ ແຈ້ງເຕືອນໃຫ້ເຝົ້າລະວັງ ເນື່ອງຈາກວ່າ: ພາຍຸໜູນເຂດຮ້ອນຮາໂຕະ ຫົວທີ 13 ຈະເຄື່ອນທີ່ຜ່ານພາກໃຕ້ຂອງປະເທດຈີນ ໃນໄລຍະວັນທີ 23 ຫາ 26 ສິງຫາ 2017 ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນ ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ລັດສະໝີຈະກວມໃກ້ເຂດພາກເໜືອສຸດຂອງປະເທດລາວ ພ້ອມດຽວກັນກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງພັດປົກຄຸມ. ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງພາກເໜືອເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ ແລະ ຫຼວງພະບາງ.

ຂໍ້ມູນພະຍາກອນອາກາດໃນໜຶ່ງອາທິດຕໍ່ໜ້າ ເຊິ່ງຄາດຄະເນສະພາບອາກາດແຕ່ວັນທີ 21 ຫາ 27 ສິງຫາ ຍັງເປີດເຜີຍອີກວ່າ: ໂດຍໃນໄລຍະວັນທີ 21 ຫາ 23 ສິງຫາ 2017, ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະພັດປົກຄຸ້ມດ້ວຍກຳລັງອ່ອນ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ.

ສຳລັບ ໄລຍະວັນທີ 24 ຫາ 25 ສິງຫາ 2017 ພາຍຸໜູນເຂດຮ້ອນຮາໂຕະ (Hato) ຫົວທີ 13 ຈະເຄື່ອນທີ່ພັດຜ່ານພາກໃຕ້ຂອງປະເທດຈີນ ແລະ ວົງລັດສະໝີກວມໃກ້ເຂດພາກເໜືອສຸດຂອງປະເທດລາວ ພ້ອມດຽວກັນນັ້ນກະແສລົມຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກຫຼາຍເພີ່ມຂຶ້ນໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ.

ຈາກນັ້ນໄລຍະວັນທີ 26 ຫາ 27 ສິງຫາ ຮ່ອງຈະພາດຜ່ານເຂດພາກກາງ ແລະ ໃຕ້ ເຊິ່ງຈະເຮັດໃຫ້ເກີດມີຝົນຕົກຫຼາຍຂຶ້ນໃນເຂດດັ່ງກ່າວ ແລະ ຄາດຄະເນສະພາບອາກາດໃນແຕ່ລະພາກ.

ສ່ວນລະດັບນ້ຳຂອງ ແລະ ແມ່ນ້ຳສາຂາ ຕະຫຼອດໄລຍະວັນທີ 21 ຫາ 23 ສິງຫາ 2017, ລະດັບນ້ຳຂອງ ແລະ ນ້ຳສາຂາ ຈະມີການເໜັງຕີງພຽງເລັກນ້ອຍ ເຊິ່ງໂດຍສ່ວນໃຫຍ່ຈະສູງຂຶ້ນຕື່ມອີກ, ຈາກນັ້ນໄລຍະວັນທີ 24 ຫາ 27 ສິງຫາ ລະດັບນ້ຳຕາມສາຂາອາດຈະສູງຂຶ້ນໄວ ໂດຍສະເພາະຢູ່ເຂດພາກເໜືອ.

ແຫຼ່ງຂ່າວ: ກົມອຸຕຸນິຍົມແລະອຸທົກກະສາດ, ສຳນັກຂ່າວ ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...