spot_img
Homeຂ່າວພາຍ​ໃນ"ບຣາຊາ" ຍື່ນຟ້ອງ "ເນມາຣ" ຖານເຮັດຜິດສັນຍາ

“ບຣາຊາ” ຍື່ນຟ້ອງ “ເນມາຣ” ຖານເຮັດຜິດສັນຍາ

Published on

ສະໂມສອນບຣາເຊໂລນາ ຫຼື ບຣາຊາ ຍື່ນຟ້ອງ ເນມາຣ ອະດີດນັກເຕະໄວອາຍຸ 25 ປີ ຫຼັງຈາກຍ້າຍຄ້າຍໄປຮ່ວມທີມ Paris St-Germain (ປາຣີສ ແຊງ ແຊຣກແມງ) ດ້ວຍຄ່າຕົວ 222 ລ້ານຢູໂຣ

ບຣາເຊໂລນາ ລະບຸວ່າ ກອງໜ້າທີມຊາດ ບຣາຊິວ ຫາກໍ່ຕໍ່ສັນຍາໃໝ່ກັບບຣາຊາໄປຈົນເຖິງ 2021 ພ້ອມໄດ້ຮັບເງິນໂບນັສຕໍ່ສັນຍາ 8.500.000 ຢູໂຣ ເຊິ່ງການຍ້າຍໄປຫຼິ້ນໃຫ້ກັບທີມ Paris St-Germain ໃນລະດູການນີ້ ຖືເປັນການເຮັດຜິດຂໍ້ຕົກລົງໃນສັນຍາດັ່ງກ່າວ ເຊິ່ງທາງບຣາຊາຕ້ອງການໃຫ້ເນມາຄືນເງິນໂບນັສທີ່ໄດ້ໄປບວກກັບດອກເບ້ຍ 10%

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...