spot_img
Home​ຂ່າວບັນເທິງໂຕ້ Xtreme ເລື່ອນຕຳແໜ່ງໃໝ່ ຜູ້ຈັດການ KPY Entertainment

ໂຕ້ Xtreme ເລື່ອນຕຳແໜ່ງໃໝ່ ຜູ້ຈັດການ KPY Entertainment

Published on

418728_510632255618406_959716023_n

   ເມື່ອ​ເອີຍ​ເຖິງ​ວົງ Xtreme ທຸກ​ຄົນ​ຈະ​ຄິດ​ເຖິງ 5 ໜຸ່ມ Boyband ທີ່​ຮ້ອນ​ແຮງ ​ບໍ່ວ່າຈະ​ດ້ວຍ​ຄ​ວາ​ມສາມາດ ​ແລະທັງ​ການສະ​ແດງ​ທີ່​ມີພະລັງ​ດ້ວຍ​ການ​ເຕັ້ນ​ທີ່​ພ້ອມພຽງ ​ເຊິ່ງຄວາມ​ສຳ​ເລັດ​ສ່ວນໃຫຍ່​ຖືໄດ້ວ່າ​ມາ​ຈາກ​ຫົວໜ້າວົງ ​“ໂຕ້ Xtreme” ທີ່​ຈະ​ເປັນ​ຕົວ​ຕັ້ງ​ຕົວ​ຕີ​ໃນ​ການ​ນຳພາ ​ແລະຄວບ​ຄຸມ​ວົງ​ເດີນທາງ​ຈົນມາເຖິງ​ຈຸດ​ນີ້ດ້ວຍ​ຄວາມ​ມຸ່ງໝັ້ນບວກ​ກັບ​ຄວາມ​ສາມາດ​ທີ່​ຫາ​ໃຜ​ທຽບຍາກ. ຈົນ​ຕອນ​ນີ້ ໂຕ້ Xtreme​ ກໍ່ເລື່ອນຕຳແຫນ່ງຂຶ້ນ​ເປັນ​ຜູ້ຈັດການ​ຄ້າຍ​ເພງ KPY Entertaiment ທີມີໜ້າທີ່​ເບິ່ງ​ສິລະ​ປິນ​ແຖວໜ້າຫຼາກຫຼາຍຄົນ​ເຊັ່ນ : Xtreme, Tot Lina, Pull-T Club, Bob Freeman, Ting Phailavanh, Bobby Atsavin. ທຸກໆສິລະ​ປິນທຸກໆຜົນງານ​ຕັ້ງ​ແຕ່​ເລີ່​ມການ​ກະກຽມວາງ​ແຜນ​ປ່ອຍ Single ​ແມ່ນ​ ໂຕ້ Xtreme ​ໄດ້​ເປັນ​ຄົນ​ວາງ Concept ແລະ ຄວບຄຸມດູແລທຸກຂັ້ນຕອນລວມ​ໄປ​ເຖິງ​ຂັ້ນ​ຕອນ​ຂອງການເ​ຮັດ MV ກໍ່​ເຊັ່ນ​ກັນ​ ແມ່ນ ​ໂຕ້ ​ກໍ່​ເປັນ​ຄົນ​ກຳກັບ​ ແລະ ຕັດ​ຕໍ່​ເອງ​ກັບ​ມື,ດ້ວຍ​ຄວາມ​ສາມາດ​ທີ່​ມີ​ຄວາມ​ຄິດ​ທັນ​ສະ​ໄໝ​ ໂຕ້​ ຈິ່ງຫາ​ສິ່ງ​ໃໝ່ໆມາສູ່​ບົດ​ເພງ, MV ​ແລະວົງ​ການບັນ​ເທີ​ງບ້ານ​ເຮົາ​ຢູ່​ສະ​ເໝີ. ຖື​ໄດ້​ວ່າ​ເປັນ​ອີກໜຶ່ງບຸກຄົນ​ທີ່​ມີ​ຄວາມ​ສາມາດ​ຂອງ​ວົງ​ການບັນ​ເທີ​ງລາວ​ເຮົາ​ທີ່ໜ້າຈັບຕາ.
560373_480925945266767_144372686_n

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...