spot_img
Homeຂ່າວທ້ອງຖິ່ນລະເບີດແຕ່ສະໄໝສົງຄາມ ແຕກໃສ່ປະຊາຊົນເສຍຊີວິດ 2 ຄົນ

ລະເບີດແຕ່ສະໄໝສົງຄາມ ແຕກໃສ່ປະຊາຊົນເສຍຊີວິດ 2 ຄົນ

Published on

ເມື່ອວັນທີ 06 ສິງຫາ 2017 ທີ່ຜ່ານມາ ໄດ້ເກີດເຫດລະເບີດທີ່ຕົກຄ້າງແຕ່ສະໄໝສົງຄາມ ໄດ້ແຕກໃສ່ປະຊາຊົນ ບ້ານຕາຢົງ ເມືອງນອງ ແຂວງສະຫວັນນະເຂດ ເສຍຊີວິດ 2 ແລະບາດເຈັບສາຫັດ 1

ຕາມຂ່າວເລົ່າວ່າ ຜູ້ເຄາະຮ້າຍເປັນຊາຍທັງ 3 ຄົນ ໄດ້ໄປຂຸດດິນເພື່ອປູກຕົ້ນຢາງພາລາ ແຕ່ເຄາະຮ້າຍໄປຂຸດຖືກລະເບີດທີ່ຕົກຄ້າງຢູ່ພື້ນດິນມາແຕ່ສະໄໝສົງຄາມ ເຮັດໃຫ້ເກີດລະເບີດຂຶ້ນຢ່າງແຮງ ເປັນເຫດໃຫ້ ທ້າວ ພອນ ຜູ້ຂຸດດິນຖືກລະເບີດຈົນຮ່າງກາຍແຫຼກກະແຈກກະຈາຍເສຍຊີວິດທັນທີ, ທ້າວ ອາໂບ ຢູ່ໃກ້ຈຸດເກີດເຫດບໍ່ເກີນ 1 ແມັດ ໄດ້ຮັບບາດເຈັບສາຫັດ ແລະໄດ້ເສຍຊີວິດໃນເວລາຕໍ່ມາ ແລະ ທ້າວ ຄຳພຽງ ຢູ່ຫ່າງຈາກຈຸດເກີດເຫດປະມານ 5 ແມັດ ໄດ້ຮັບບາດເຈັບສາຫັດ ປັດຈຸບັນຜູ້ກ່ຽວກຳລັງນອນປິ່ນປົວຢູ່ໂຮງໝໍ ເຊິ່ງຜູ້ກ່ຽວແມ່ນຖືກສະເກັດລະເບີດເກືອບທົ່ວຮ່າງກາຍ ຕາຊ້າຍບອດ, ຕາຂວາຖືກກະທົບຢ່າງແຮງ, ສ່ວນຮ່າງກາຍມີບາດແຜທົ່ວໄປແລະຖືກໄຟລວກ. ດ້ວຍຄວາມທຸກຍາກ ພີ່ນ້ອງຂອງຜູ້ກ່ຽວຈຶ່ງວິ່ງວອນຍັງສັງຄົມ ຜູ້ໃຈບຸນຈົ່ງໄດ້ຊ່ວຍເຫຼືອຜູ້ກ່ຽວດ້ວຍ. ຕິດຕໍ່ຍາດພີ່ນ້ອງຜູ້ກ່ຽວ ທ. ບຸນໃໝ່ 030 4839 470

ແຫຼ່ງຂ່າວ: ນາທີຊີວິດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...