spot_img
Homeຂ່າວພາຍ​ໃນລາວພາດ ເສຍນັດທຳອິດ 3-1 ໃຫ້ມຽນມາໃນລາຍການບານເຕະຊາຍ ການແຂ່ງຂັນຊີເກມ

ລາວພາດ ເສຍນັດທຳອິດ 3-1 ໃຫ້ມຽນມາໃນລາຍການບານເຕະຊາຍ ການແຂ່ງຂັນຊີເກມ

Published on

ທີມຊາດລາວຮຸ່ນອາຍຸບໍ່ເກີນ 22 ປີ ລາຍການບານເຕະຊາຍ ການແຂ່ງຂັນຊີເກມທີ່່ກວາລາລຳເປີ ພາດທ່າເສຍໃຫ້ເພື່ີ່ອນບ້ານມຽນມາ 3-1ຂອງການແຂ່ງຂັນນັດທຳອິດກຸ່ມຄ່ຳຄືນ 16 ສິງຫາ ຜ່ານມາ.

ທີມຊາດລາວຖືກຍິງກ່ອນໃນນາທີ 35 ກ່ອນທີ່ຈະມາຕີສະເໝີໃນໄລຍະຕົ້ນຂອງການແຂ່ງຂັນຕັ້ງສອງໃນນາທີ 59 ເກມການແຂ່ງຂັນເບິ່ງຄືຈະຈົບລົງດ້ວຍການສະເໝີ 1-1 ແຕ່ກໍບໍ່ເປັນເຊັ່ນນັ້ນເມື່ອ 4 ນາທີຂອງການທົດເວລາບາດເຈັບທິມຊາດມຽນມາສາມາດຍິງເພີ່ມ 2 ປະຕູ ເຮັດໃຫ້ທິມຊາດລາວພາດໂອກາດເກັບຄະແນນ. 

ທາງທ່ານ ສຸກສາຄອນ ສີປະເສີດ ບັນນາທິການໜັງສືພິມຂ່າວກິລາ ທີ່ຮູ້ຈັກກັນດີໃນນາມ ຄົນຂ້າງສະໜາມ ອະທິ ບາຍການແຂ່ງຂັນຂອງທິມຊາດລາວວ່າເປັນເຫດການເຮືອລົ້ມບາດຈອດ ເພາະມາເສຍເຖິງສອງປະຕູໃນໄລຍະທົດເວລາບາດເຈັບຂອງການແຂ່ງຂັນຕັ້ງສອງ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...