spot_img
Homeຂ່າວທ້ອງຖິ່ນຜູ້ປະສົບອັກຄີໄພສູນການຄ້າສາກົນຊັ່ງຈ່ຽງ ໄດ້ຮັບການຊ່ວຍເຫຼືອ

ຜູ້ປະສົບອັກຄີໄພສູນການຄ້າສາກົນຊັ່ງຈ່ຽງ ໄດ້ຮັບການຊ່ວຍເຫຼືອ

Published on

ວັນ​ທີ 15 ສິງຫາ 2017 ຢູ່ທີ່​ໂຮງແຮມ​ຊັ່ງ​ຈ່ຽງ ນະຄອນຫຼວງ​ວຽງ​ຈັນ ສະພາ​ການ​ຄ້າ​ຈີນ ປະຈຳ ​ສປປ ລາວ ໄດ້​ຈັດ​ພິທີມອບ-ຮັບ​ເງິນບໍລິຈາກ ​ໃຫ້​ແກ່​ຜູ້ປະສົບ​ອັກຄີ​ໄພ​ສູນ​ການ​ຄ້າ​ສາກົນ​ຊັ່ງ​ຈ່ຽງ ໂດຍ​ເຂົ້າ​ຮ່ວມ​ຂອງທ່ານ ຟ້ານ​ກວາງ​ຢີ ເລຂາ​ທິການ​ສະພາ​ການ​ຄ້າ​ຈີນ ປະຈຳ ​ສປປ ລາວ ພ້ອມ​ດ້ວຍ​ຊາວ​ຄ້າຂາຍ​ທີ່​ປະສົບ​ອັກຄີ​ໄພ​ເຂົ້າ​ຮ່ວມ.

ເງິນ​ທີ່​ນຳ​ມາ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້ ມີ​ຈຳນວນ​ທັງ​ໝົດ 353 ລ້ານ​ກີບ ເປັນ​ການ​ຊ່ວຍເຫຼືອ​ຂອງ​ນັກ​ທຸລະກິດ​ຈາກ ​ສປ ຈີນ ສຳລັບ​ການຊ່ວຍເຫຼືອ​ໃນ​ເບື້ອງ​ຕົ້ນ​ຂອງ​ສະພາ​ການ​ຄ້າ​ຈີນ ປະຈຳ ​ສປປ ລາວ ແມ່ນ​ມີ​ຈຳນວນ 175 ຮ້ານ ຈາກ​ຈຳນວນ​ລາຍ​ຊື່​ທີ່​ໄດ້​ລົງ​ທະບຽບ​ທັງ​ໝົດ ແລະ ຈະ​ໄດ້​ຮັບເງິນ​ຊ່ວຍເຫຼືອ ຮ້ານ​ລະ 2.020.000 ກີບ.

ປັດຈຸບັນ ທາງ​ເຈົ້າ​ໜ້າທີ່​ຕຳຫຼວດ​ແມ່ນ​ໄດ້​ດຳເນີນ​ການ​ສືບສວນ-ສອນ​ສວນ ຫາ​ສາເຫດຕົ້ນຕໍ​ຂອງ​ການ​ເກີດ​ອັກຄີ​ໄພ​ຄັ້ງນີ້ ເຊິ່ງ​ເຫດການ​ດັ່ງກ່າວ​ເກີດຂຶ້ນ​ໃນ​ວັນ​ທີ 14 ກໍລະກົດ 2017 ເນື້ອທີ່​ຖືກ​ໄໝ້​ທັງ​ໝົດ 15.600 ຕາ​ແມັດ ມີ​ຫ້ອງ​ຂາຍເຄື່ອງ 430 ຫ້ອງ ທີ່​ຂາຍເຄື່ອງ​ປະເພດ​ເຄື່ອງນຸ່ງ ເກີບ ກະເປົາ ເຄື່ອງ​ຫຼີ້ນ​ເດັກນ້ອຍ ຜ້າກັ້ງ ພົມ​ປູ​ພື້ນ ເຄື່ອງນຸ່ງ​ແພໄໝ ແລະ ເຄື່ອງໃຊ້​ປະຈຳ​ວັນອື່ນໆ ອັນ​ໄດ້​ສ້າງ​ຄວາມ​ເສຍຫາຍ​ດ້ານ​ຊັບ​ສິນ​ຂອງ​ຊາວ​ຄ້າຂາຍ​ທັງ​ຄົນ​ລາວ ແລະ ຄົນ​ຈີນ ຈຳນວນ​ຫຼາຍ​ຕື້​ກີບ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...